ອາເມລິກາ, ຝລັ່ງ ບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາຈັດວາງອັດຕາຕາພາສີສໍາລັບບັນດາກຸ່ມບໍລິສັດເຕັກໂນໂລຢີ
(VOVWORLD) - ສອງປະເທດ ຈະສືບຕໍ່ປຶກສາຫາລືກ່ຽວກັບວິທີການຊຸກຍູ້ວິວັດການກໍ່ສ້າງບັນດາຂໍ້ກໍານົດກ່ຽວກັບພາສີສາກົນທີ່ໄດ້ນໍາໃຊ້ມາແຕ່ດົນນານຄືນໃໝ່.
ວັນທີ 22 ມັງກອນ, ຝລັ່ງ ໄດ້ປະກາດວ່າ ໄດ້ບັນລຸຂໍ້ຕົກລົງ ກັບ ອາເມລິກາ ກ່ຽວກັບການໂຕະຖຽງກັນລະຫວ່າງສອງຝ່າຍ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຜັນຂະຫຍາຍການຈັດວາງອັດຕາພາສີສໍາລັບຂະແໜງເຕັກນິກດີຈີຕອນຂອງ ປາຣີ. ເຖິງຢ່າງໃດກໍຕາມ, ສອງປະເທດ ຈະສືບຕໍ່ປຶກສາຫາລືກ່ຽວກັບວິທີການຊຸກຍູ້ວິວັດການກໍ່ສ້າງບັນດາຂໍ້ກໍານົດກ່ຽວກັບພາສີສາກົນທີ່ໄດ້ນໍາໃຊ້ມາແຕ່ດົນນານຄືນໃໝ່.
ເມື່ອຕອບສໍາພາດຕໍ່ວົງການນັກຂ່າວ ທີ່ເວທີປາໄສ ເສດຖະກິດໂລກ ຢູ່ Davos, ທ່ານລັດຖະມົນຕີກະຊວງການເງິນ ຝລັ່ງ Bruno Le Maire ໃຫ້ຮູ້ວ່າ ທ່ານເຫັນດີເປັນເອກະພາບກັບຄູ່ຕໍາແໜ່ງ ອາເມລິກາ Steven Mnuchin ກ່ຽວກັບເລື່ອງ ປາຣີ ບໍ່ຮຽກຮ້ອງໃຫ້ຈັດວາງອັດຕາພາສີໃໝ່ສໍາລັບບັນດາບໍລິສັດເຕັກໂນໂລຢີ, ໃນຂະນະທີ່ ວໍຊີງຕັນ ເຫັນດີຢຸດຕິບັນດາບ້ວງພາສີໂຕ້ຕອບໂດຍຊົ່ວຄາວທີ່ແນໃສ່ສິນຄ້າຂອງ ຝລັ່ງ.