ອາ​ເມ​ລິ​ກາ ​ພວມ​ຊອກ​ຫາ​ວິ​ທ​ີ​ໄກ່​ເກ່ຍ​ກັບ ສ.ເກົາຫຼີ ແລະ ຍີ່​ປຸ່ນ

(VOVWORLD) -ວັນທີ 11 ກໍລະກົດ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ວໍຊິງຕັນ ຈະເຮັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ເພື່ອ ເພີ່ມທະວີການພົວພັນກັບ ສ.ເກົາຫຼີ, ຍີ່ປຸ່ນ ກໍ່ຄືການພົວພັນລະຫວ່າງ 3 ປະເທດ. 
ອາ​ເມ​ລິ​ກາ ​ພວມ​ຊອກ​ຫາ​ວິ​ທ​ີ​ໄກ່​ເກ່ຍ​ກັບ ສ.ເກົາຫຼີ ແລະ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: AFP/TTXVN)

ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນສະພາບທີ່ມີຄວາມເຄັ່ງຕຶງລະຫວ່າງ 2 ປະເທດ ພັນທະມິດຂອງ ອາເມລິກາ ຢູ່ ອາຊີຕາເວັນອອກສ່ຽງເໜືອທີ່ກ່ຽວຂ້ອງເຖິງ ເລື່ອງຍີ່ປຸ່ນຈຳກັດການສົ່ງອອກສິນຄ້າໄປຍັງ ສ.ເກົາຫຼີ. ກ່າວຄຳເຫັນທີ່ ກອງປະຊຸມຖະແຫຼງຂ່າວ ຢູ່ ວໍຊິງຕັນ, ທ່ານນາງ Ortagus ຢັ້ງຢືນວ່າ “ຍີ່ປຸ່ນ ແລະ ສ.ເກົາຫຼີ ບໍ່ພຽງແຕ່ແມ່ນເພື່ອນມິດເທົ່ານັ້ນ, ຫາກຍັງເປັນປະເທດພັນທະມິດອີກດ້ວຍ”. ທ່ານນາງ Ortagus ໄດ້ຊີ້ແຈ້ງວ່າ “ອາເມລິກາ ຈະເຮັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ເພື່ອເພີ່ມທະວີການພົວພັນລະຫວ່າງ 3 ປະເທດ, ນັບທັງການເປີດເຜີຍເບື້ອງຫຼັງ”.

        ແລະກໍ່ໃນວັນດຽວກັນ, ທ່ານ Kim Hyun-chong ຮອງຫົວໜ້າຫ້ອງວ່າການຄວາມໝັ້ນຄົງແຫ່ງຊາດປະທານາທິບໍດີ ສ.ເກົາຫຼີ ທີ່ພວມມີການເຮັດວຽກ ແລະ ຢ້ຽມຢາມ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ໄດ້ສະເໜີຈັດຕັ້ງບັນດາກອງປະຊຸມເຈລະຈາຂັ້ນສູງລະຫວ່າງ 3 ຝ່າຍ ກັບ ສ.ເກົາຫຼີ ແລະ ຢີ່ປຸ່ນ ເພື່ອແນໃສ່ແກ້ໄຂການໂຕ້ຖຽງກັນທາງການຄ້າທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງ 2 ປະເທດ ອາຊີຕາເວັນອອກສ່ຽງເໜືອ. ເຖິງຢ່າງໃດກໍ່ຕາມ, ຍີ່ປຸ່ນຍັງບໍ່ທັນມີຄຳຕອບກ່ຽວກັນຂໍ້ສະເໜີນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ