ອາ​ເມ​ລິ​ກາ ພ້ອມ​ກັບ​ບັນ​ດາປະ​ເທດ​ພັນ​ທະ​ມິດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຊ່ວຍ ຢູ​ແກຼນ ປ​ັບ​ປຸງ​ກຳ​ລັງ​ປ້ອງ​ກັນ​ທາງ​ອາ​ກາດ

(VOVWORLD) -      ວັນທີ 09 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ ພ້ອມດ້ວຍ ນາຍົກລັດຖະມົນຕີ ໂຮນລັງ, ນາຍົກລັດຖະມົນຕີ ເຢຍລະມັນ, ນາຍົກລັດຖະມົນຕີ ອີຕາລີ, ປະທານາທິບໍດີ ຣູມາເນຍ ແລະ ປະທານາທິບໍດີ ຢູແກຼນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຊ່ວຍປັບປຸງກຳລັງຄວາມສາມາດປ້ອງກັນທາງອາກາດຂອງ ຢູແກຼນ.
ອາ​ເມ​ລິ​ກາ ພ້ອມ​ກັບ​ບັນ​ດາປະ​ເທດ​ພັນ​ທະ​ມິດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຊ່ວຍ ຢູ​ແກຼນ ປ​ັບ​ປຸງ​ກຳ​ລັງ​ປ້ອງ​ກັນ​ທາງ​ອາ​ກາດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  (ພາບເອກະສານ: Kyodo/TTXVN)

ຖະແຫຼງການຮ່ວມໄດ້ຍົກອອກມາໃນສະພາບກອງປະຊຸມສຸດຍອດອົງການສົນທິສັນຍາ ອັດລັງຕິກເໜືອ - NATO ພວມດຳເນີນຢູ່ນະຄອນ ວໍຊິງຕັນ, ອາເມລິກາ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສຳພັນທະວິດການທະຫານນີ້. ຖະແຫຼງການຮ່ວມ ຊີ້ແຈ້ງວ່າ ບັນດາປະເທດດັ່ງກ່າວໄດ້ໃຫ້ຄຳໝັ້ນສັນຍາ ສະໜອງໃຫ້ ຢູແກຼນ ບັນດາກຳລັງພະຫະນະປ້ອງກັນອາກາດເພີ່ມເຕີມ ແນໃສ່ຮັບມືກັບການບຸກໂຈມຕີ ແນໃສ່ພື້ນຖານໂຄງລ່າງພົນລະເຮືອນ ແລະ ສຳຄັນຂອງ ຢູແກຼນ. ຕາມຖະແຫຼງການຮ່ວມແລ້ວ, ບັນດາປະເທດນີ້ ຈະພ້ອມກັນຊ່ວຍເຫຼືອ ຢູແກຼນ ບັນດາລະບົບປ້ອງກັນອາກາດຍຸດທະສາດ ລວມທັງບັນດາຖ້ານຍິງ Patriot ໂດຍ ອາເມລິກາ, ເຢຍລະມັນ ແລະ ຣູມາເນຍ ສະໜອງ, ສິ້ນສ່ວນຂອງລະບົບລູກສອນໄຟປ້ອງກັນອາກາດ Patriot ຂອງ ໂຮນລັງ ແລະ ລະບົບລູກສອນໄຟປ້ອງກັນອາກາດ SAMP – T  ໂດຍ ອີຕາລີ ສະໜອງ.  

       ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ