ອາເມລິກາ ມີຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງນິວເຄຼຍ ອີຣານ ແມ່ນວິທີດີທີ່ສຸດ
(VOVWORLD) -ອາເມລິກາ ຍັງເຊື່ອໝັ້ນຕໍ່ການກັບມາປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ ວ່າ ແມ່ນວິທີດີທີ່ສຸດເພື່ອແກ້ໄຂສິ່ງທ້າທາຍນິວເຄຼຍ, ໃນສະພາບການເຈລະຈາຍັງບໍ່ມີທາງອອກ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN) |
ກ່າວຄຳເຫັນໃນວາລະອະພິປາຍຕໍ່ສະພາແຫ່ງຊາດ ອາເມລິກາ ໃນວັນທີ 26 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຖະແຫຼງວ່າ ປະເທດນີ້ຍັງເຊື່ອໝັ້ນຕໍ່ການກັບມາປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ ວ່າ ແມ່ນວິທີດີທີ່ສຸດເພື່ອແກ້ໄຂສິ່ງທ້າທາຍນິວເຄຼຍ, ໃນສະພາບການເຈລະຈາຍັງບໍ່ມີທາງອອກ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2015 ແມ່ນບໍ່ສົມບູນແບບ, ແຕ່ຍັງດີກວ່າວິທີອື່ນໆ; ພ້ອມທັງຍົກອອກຄຳກ່າວເຕືອນ ອີຣານ ວ່າ ພວມຍູ້ໄວໂຄງການພັດທະນານິວເຄຼຍ.
ໃນບົດກ່າວປາໄສຫຼັງຈາກນັ້ນ, ທ່ານນາງ Jen Psaki ເລຂາດ້ານການຂ່າວຢູ່ ທຳນຽບຂາວ ກໍຖະແຫຼງວ່າ ທຳນຽບຂາວ ມີຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ອາດຈະພັດທະນາອາວຸດນິວເຄຼຍປະເພດໜຶ່ງໃນສອງສາມອາທິດນີ້.