ອາເມລິກາ: ລະນຶກ 50 ປີແຫ່ງການແຫ່ຂະບວນປະທ້ວງຄັດຄ້ານສົງຄາມຫວຽດນາມ ຢູ່ມະຫາວິທະຍາໄລ Kent State
(VOVWORLD) -ໃນມືລະນຶກ 50 ປີແຫ່ງວັນເກີດການແຫ່ຂະບວນປະທ້ວງຄັດຄ້ານສົງຄາມຫວຽດນາມຢູ່ມະຫາວິທະຍາໄລ Kent State, ນະຄອນ Kent, ລັດ Ohio, ບັນດາຮູບພາບກ່ຽວກັບການແຫ່ຂະບວນປະທ້ວງຄັດຄ້ານສົງຄາມຫວຽດນາມຂອງບັນດາອະດີດນັກສຶກສາຢູ່ໂຮງຮຽນນີ້ໄດ້ເອົາລົງໃນພາຫະນະສື່ມວນຊົນ.
ກ່ອນນີ້ 50 ປີໃນວັນທີ 4 ພຶດສະພາ 1970 ນັກສຶກສາມະຫາວິທະຍາໄລ Kent Stateແຫ່ຂະບວນປະທ້ວງຄັດຄ້ານສົງຄາມຫວຽດນາມ (ພາບ: Getty Images) |
ກ່ອນນີ້ 50 ປີໃນວັນທີ 4 ພຶດສະພາ 1970, ຕໍ່ໜ້າກະແສແຫ່ຂະບວນປະທ້ວງຂອງບັນດານັກສຶກສາມະຫາວິທະຍາໄລ Kent State ເພື່ອແນໃສ່ຄັດຄ້ານສົງຄາມຫວຽດນາມ, ກຳລັງທະຫານປ້ອງກັນຊາດລັດ Ohio ໄດ້ຍິງປືນໃສ່ຜູ້ແຫ່ຂະບວນປະທ້ວງເຮັດໃຫ້ນັກສຶກສາ 4 ຄົນ ເສຍຊີວິດ ແລະ 9 ຄົນຖືກຮັບບາດເຈັບ. ນີ້ກໍ່ແມ່ນໜຶ່ງໃນບັນດາປັດໄຈປະກອບສ່ວນເຂົ້າການສິ້ນສຸດສົງຄາມຢູ່ພາກໃຕ້ຫວຽດນາມທີ່ກ່ອນນີ້ 45 ປີ.
ປີນີ້, ມະຫາວິທະຍາໄລ Kent State ຂຶ້ນແຜນການຈັດຕັ້ງບັນດາເຫດການໃນບໍລິເວນໂຮງຮຽນເພື່ອແນໃສ່ລະນຶກ 50 ປີແຫ່ງການດຳເນີນເຫດການດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ບັນດາເຫດການນີ້ບໍ່ໄດ້ດຳເນີນຕາມແຜນການ ແທນທີ່ນັ້ນແມ່ນຈັດຕັ້ງຕາມຮູບການ ອອນລາຍຍ້ອນບັນດາຂໍ້ກຳນົດກ່ຽວກັບການແຍກຫ່າງໃນສັງຄົມໃນສະພາບເກີດໂລກລະບາດ Covid – 19.