ອາເມລິກາ ສົ່ງບັນດາກ່ຳປ່ັນເດີ່ນບິນເຖິງແຫຼມ ເກົາຫຼີ

ອາເມລິກາ ສົ່ງບັນດາກ່ຳປ່ັນເດີ່ນບິນເຖິງແຫຼມ ເກົາຫຼີ - ảnh 1
(ພາບປະກອບ)
(vovworld) - ​ເຫຼົ່າ​ທັບ​ເຮືອ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ​ໄດ້​ສົ່ງ​ບັນດາ​ກຳ່​ປັ່ນບຸກ​ໂຈມ​ຕີ ​ໂດຍ​ກຳ່​ປັ່ນ​ເດີ່ນ​ບິນ​ນຳ​ໜ້າ ​​ເຖິງ​ແຫຼມ​ເກົາຫຼີ. ​ໂຄສົກ​ຂອງກອງ​ບັນຊາ​ການ​ປາຊີ​ຟິກຂອງ ອາ​ເມ​ລິ​ກາ (USPC), ພັນ​ຕີ Dave Benham ​ໃຫ້​ຮູ້​ວ່າ: USPC ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາກຳ່​ປັ່ນ​ເດີ່ນ​ບິນ Carl Vinson ​ເດີນທາງ​ອອກຈາກ ສິງກະ​​ໂປ ​ໄປ​ຕາມທາງ​​ທິດ​ເໜືອ​ເຖິງ​ພາກ​ພື້ນ​ປາຊີ​ຟິກຕາ​ເວັນ​ຕົກ, ​ໃກ້​ກັບ​ແຫຼມ​ ເກົາຫຼີ. ການ​ກະທຳ​ດັ່ງກ່າວ ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ​ໃນ​ແຫຼມ ​ເກົາຫຼີ ພາຍຫລັງ ສປປ.​ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​​ໃນ​ວັນ​ທີ 05/04 ຜ່ານ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ