ອາເມລິກາ ສືບຕໍ່ຈັດວາງອັດຕາ ພາສີ ຕໍ່ສິນຄ້າຫລາຍປະເພດຂອງອີຢູ

(VOVWORLD) - ອີຢູ ໄດ້ສົ່ງໃບຮ້ອງຟ້ອງ ເພື່ອໂຕ້ຕອບເລື່ອງ ກ່ອນນີ້ ອາເມລິກາ ໄດ້ຈັດວາງອັດຕາພາສີທີ່ມີມູນຄ່າ 7,5 ຕື້ USD ຕໍ່ສິນຄ້ານຳເຂົ້າຈາກ ເອີຣົບ.
ອາເມລິກາ ສືບຕໍ່ຈັດວາງອັດຕາ ພາສີ ຕໍ່ສິນຄ້າຫລາຍປະເພດຂອງອີຢູ - ảnh 1ພາບປະກອບ / AFP/TTXVN

  ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນຈັດວາງອັດຕາພາສີ 25% ຕໍ່ສິນຄ້າຫລາຍປະເພດຂອງ ເອີຣົບ, ໃນນັ້ນ ມີເຫຼົ້າ ແລະ ບັນດາເຄື່ອງປະກອບອາໄຫຼ່ເຮືອບິນ, ໃນສະພາບການທັງ 2 ຝ່າຍຍັງຕິດຂັດຈາກການຂັດແຍ້ງດ້ານການຄ້າ ກ່ຽວກັບບັນຫາໜູນຊ່ວຍບໍ່ຍຸຕິທຳ.       

ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາDonald Trump ໄດ້ດຳເນີນບາດກ້າວດັ່ງກ່າວ ພາຍຫລັງ ອົງການການຄ້າໂລກ (WTO) ເຫັນດີຕໍ່ໃບຮ້ອງຟ້ອງຂອງ ອີຢູ ທີ່ອະນຸຍາດໃຫ້ 27 ປະເທດສະມາຊິກ ອີຢູ ຈັດວາງອັດຕາພາສີຕໍ່ສິນຄ້ານຳເຂົ້າຂອງ ອາເມລິກາ ທີ່ມີມູນຄ່າ 4 ຕື້ USD. ອີຢູ ໄດ້ສົ່ງໃບຮ້ອງຟ້ອງ ເພື່ອໂຕ້ຕອບເລື່ອງ ກ່ອນນີ້ ອາເມລິກາ ໄດ້ຈັດວາງອັດຕາພາສີທີ່ມີມູນຄ່າ 7,5 ຕື້ USD ຕໍ່ສິນຄ້ານຳເຂົ້າຈາກ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ