ອາເມລິກາ ສືບຕໍ່ຮັກສາຄວາມກົດດັນຈົດຮອດເມື່ອໃດ ສປປ.ເກົາຫຼີ ປ່ຽນແປງການກຳນົດທິດ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ກ່າວເຕືອນ ສປປ.ເກົາຫຼີ ກ່ຽວກັບເລື່ອງປະເທດນີ້ຈະທົດລອງນິວເຄຼຍຄັ້ງທີ 7.
ອາເມລິກາ ສືບຕໍ່ຮັກສາຄວາມກົດດັນຈົດຮອດເມື່ອໃດ ສປປ.ເກົາຫຼີ ປ່ຽນແປງການກຳນົດທິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken
(ພາບ: AP)

ວັນທີ 13 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ຮັກສາຄວາມກົດດັນຈົດຮອດເວລາທີ່ ສປປ.ເກົາຫຼີ ປ່ຽນແປງການກຳນົດທິດຂອງຕົນ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Gin ຢູ່ນະຄອນຫຼວງ ວໍຊິງເຕັນ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ກ່າວເຕືອນ ສປປ.ເກົາຫຼີ ກ່ຽວກັບເລື່ອງປະເທດນີ້ຈະທົດລອງນິວເຄຼຍຄັ້ງທີ 7. ຕາມທ່ານ Antony Blinken ແລ້ວ, ອາເມລິກາ ພ້ອມແລ້ວໃຫ້ແກ່ທຸກສະພາບການ ແລະ ຈະໂຕ້ຕອບພ້ອມກັບການສົມທົບຂອງບັນດາຄູ່ຮ່ວມມື ແລະ ສຳພັນທະມິດ, ພິເສດແມ່ນ ສ.ເກົາຫຼີ ແລະ ຍີ່ປຸ່ນ; ທ່ານເນັ້ນໜັກວ່າ ເລື່ອງທົດລອງນິວເຄຼຍແມ່ນອັນຕະລາຍທີ່ສຸດ ແລະ ຈະກໍ່ຄວາມຂາດສະຖຽນລະພາບຢ່າງເລິກເຊິ່ງກວ້າງຂວາງຢູ່ພາກພື້ນ, ພ້ອມທັງຈະລະເມີດກົດໝາຍສາກົນ ເຊິ່ງໄດ້ສະແດງອອກໃນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດສະບັບຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ