ອາເມລິກາ ຫຼຸດຜ່ອນ ງົບປະມານ 85 ຕື້ USD
(ທ່ານປະທານາທິບໍດີ ອາເມລິກາ Barack Obama)
(vovworld) - ວັນທີ 02/03, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ເຊັ່ນດຳລັດຫຼຸດຜ່ອນ 85 ຕື້ USD ໃນງົບປະມານປີ 2013. ນີ້ແມ່ນຫຼຸດຜ່ອນແບບອັດຕະໂນມັດຕາມຂໍ້ຕົກລົງໃນປີ 2011, ໃນນັ້ນກຳນົດວ່າ ຖະຫາກທຳນຽບຂາວ ແລະ ສະພາແຫ່ງຊາດ ບໍ່ເຫັນດີນຳກັນກ່ຽວກັບບັນດາມາດຕະການຫຼຸດຜ່ອນການຂາດດຸນງົບປະມານ ໄດ້ງົບປະມານຂອງອາເມລິກາ ໃນແຕ່ລະປີຈະຖືກຫຼຸດລົງ. ແບບອັດຕະໂນມັດໃນບົດກ່າວປະໄສປະຈຳອາທິດທາງວິທະຍຸກະຈາຍສຽງ, ທ່ານປະທານາທິບໍດີ Obama ໄດ້ຢັ້ງຢື່ນອີກຄັ້ງໜຶ່ງວ່າ ເລື່ອງປະໃຫ້ງົບປະມາຖືກຫຼຸດລົງແບບອັດຕະໂນມັດ ແມ່ນບໍ່ອາດຮັບຮູ້ໄດ້ ເພາະມັນບໍ່ພຽງແຕ່ກໍຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຄົນງານເທົ່ານັ້ນ ຫາກຍັງມີໄພເຮັດໃຫ້ການຟື້ນຟູພື້ນຖານເສດຖະກິດໃຫຍ່ກວ່າໝູ່ຢູ່ໃນໂລກຖືກຊັກຊາໄວ້ອີກດ້ວຍ.