ອາເມລິກາ, ອັງກິດ, ຝລັ່ງ ບຸກໂຈມຕີຊີຣີ: ສິ້ນສຸດບັ້ນບຸກໂຈມຕີທາງອາກາດ

(VOVWORLD) -ຕອນເຊົ້າວັນທີ 14 ເມສາ (ຕາມເວລາຫວຽດນາມ), ທ່ານປະທານສະພາເສນາທິການໃຫຍ່ທະຫານປະສົມອາເມລິກາ Joseph Dunford ໃຫ້ຮູ້ວ່າ, ບັ້ນບຸກໂຈມຕີຄັ້ງທຳອິດຢູ່ຊີຣີ ໄດ້ສິ້ນສຸດລົງ.

ອາເມລິກາ, ອັງກິດ, ຝລັ່ງ ບຸກໂຈມຕີຊີຣີ: ສິ້ນສຸດບັ້ນບຸກໂຈມຕີທາງອາກາດ - ảnh 1ອາເມລິກາ, ອັງກິດ, ຝລັ່ງ ບຸກໂຈມຕີຊີຣີ: ສິ້ນສຸດບັ້ນບຸກໂຈມຕີທາງອາກາດ

(ພາບ: AP/TTXVN)

ປະຈຸບັນ, ອາເມລິກາ ຍັງບໍ່ທັນມີແຜນການດຳເນີນບັນດາເຫດບຸກໂຈມຕີຢູ່ຊີຣີ. ນາຍພົນ Dunford ໃຫ້ຮູ້ວ່າ, ອາເມລິກາ ໄດ້ນຳໃຊ້ບັນດາເຮືອບິນມີຄົນຂັບໃນບັ້ນບຸກໂຈມຕີຄັ້ງນີ້. ຕາມທ່ານແລ້ວ, ອາເມລິກາ ບໍ່ໄດ້ແຈ້ງໃຫ້ຝ່າຍລັດເຊຍ ຊາບກ່ອນທີ່ດຳເນີນບັ້ນບຸກໂຈມຕີດັ່ງກ່າວເທື່ອ. ເຖິງຢ່າງໃດກໍ່ຕາມ, ວໍຊິງຕັນ ໄດ້ນຳໃຊ້ບັນດາຊ່ອງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງທຳມະດາ ທີ່ກ່ຽວຂ້ອງເຖິງບັນຫາເຂດນ່ານຟ້າ.

      ວັນທີ 14 ເມສາ, ເມື່ອເຕື້ອງເຖິງບັ້ນບຸກໂຈມຕີຊີຣີ ຂອງອາເມລິກາ, ອັງກິດ ແລະ ຝລັ່ງ, ກະຊວງການຕ່າງປະເທດລັດເຊຍ ໄດ້ກ່າວຫາບັນດາປະເທດຝ່າຍຕາເວັນຕົກ ໄດ້ບຸກໂຈມຕີນະຄອນຫຼວງ ຂອງປະເທດມີອະທິປະໄຕ ທີ່ພວມຕໍ່ສູ້ຕ້ານລັດທິກໍ່ການຮ້າຍໃນຫຼາຍປີຜ່ານມາ. ຕາມກະຊວງການຕ່າງປະເທດລັດເຊຍ ແລ້ວ, ນະຄອນຫຼວງ Damascus ຖືກບຸກໂຈມຕີໃນຂະນະທີ່ຊີຣີ ພວມມີກາລະໂອກາດຫຼາຍຢ່າງເພື່ອມຸ່ງໄປເຖິງອະນາຄົດແຫ່ງສັນຕິພາບ.

      ວັນທີ 14 ເມສາ, ຊ່ອງໂທລະພາບແຫ່ງລັດຊີຣີ SANA ໄດ້ຕຳໜິຕິຕຽນເຫດບຸກໂຈມຕີທາງອາກາດຂອງທະຫານປະສົມອາເມລິກາ, ອັງກິດ, ຝລັ່ງ ແນໃສ່ປະເທດນີ້ ແມ່ນ “ການລະເມີດກົດໝາຍສາກົນຢ່າງຮ້າຍແຮງ”.

      ແລະກໍ່ໃນວັນດຽວກັນ, ກ່ຽວກັບຂໍ້ຕົກລົງພ້ອມກັບອາເມລິກາ ແລະ ອັງກິດ ເຂົ້າຮ່ວມການແຊກແຊງດ້ານການທະຫານຢູ່ຊີຣີ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໃຫ້ຮູ້ວ່າ, ບັນດາເຫດບຸກໂຈມຕີດ້ວຍທາດເຄມີຢູ່ຊີຣີ “ແມ່ນບໍ່ອາດຍອມຮັບໄດ້”.

      ກ່ອນໜ້ານັ້ນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຝລັ່ງ, ໃນນັ້ນການນຳ 2 ທ່ານໄດ້ເຫັນດີຈະ “ຮ່ວມມືຢ່າງແໜ້ນແຟ້ນ” ກ່ຽວກັບມາດຕະການໂຕ້ຕ້ອບທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍທາດເຄມີຢູ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ