ອາເມລິກາ - ອິດສະຣາແອັນ - ລັດເຊຍ ກໍານົດແຜນການປະຊຸມ 3 ຝ່າຍ ປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ

(VOVWORLD) -  ກອງປະຊຸມ 3 ຝ່າຍລະຫວ່່າງບັນດາທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດຂອງ ອິດສະຣາແອັນ, ອາເມລິກາ ແລະ ລັດເຊຍ ຈະຖືກຈັດຂຶ້ນຢູ່ອິດສະຣາແອັນ ໃນເດືອນມິຖຸນາ ຈະມາເຖິງ ເພື່ອແນໃສ່ປຶກສາຫາລືກ່ຽວກັບແບບວິທີການແກ້ໄຂບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ພິເສດແມ່ນສະພາບການຢູ່ ຊີຣີີ.

      ທັງ ອາເມລິກາ, ອິດສະຣາແອັນ ແລະ ລັດເຊຍ ລ້ວນແຕ່ໄດ້ກໍານົດຂໍ້ມູນກ່ຽວກັບກອງປະຊຸມດັ່ງກ່າວ. ທໍານຽບຂາວ ແຈ້ງໃຫ້ຊາບວ່າ ທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ, ທ່ານ Meir Ben – Shabbat ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອິດສະຣາແອັນ  ແລະ ທ່ານ Nikolay Patrushev ເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ ຈະພົບປະກັນໃນເດືອນ ມິຖຸນາ ຈະມາເຖິງ ຢູ່ Jerusalem ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບຂອງພາກພື້ນ”. ວັນທີ 29 ພຶດສະພາ ຜ່ານມາ, ທ່ານ Jim Jeffrey ທູດພິເສດ ຂອງ ອາເມລິກາ ກ່ຽວກັບບັນຫາ ຊີຣີ ໃຫ້ຮູ້ວ່າ ອາເມລິກາ ແລະ ລັດເຊຍ ໄດ້ດໍາເນີນການເຈລະຈາກ່ຽວກັບໂອກາດນໍາເອົາ ຊີຣີ ຫຼຸດພົ້ນອອກຈາກສະພາບຖືກສາກົນປິດລ້ອມຄືໃນປັດຈຸບັນ, ຖ້າຫາກ Damacus ເຫັນດີຕໍ່ບັນດາເງື່ອນໄຂທີ່ໄດ້ວາງໄວ້, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການຢຸດຍິງ ຢູ່ ແຂວງ ລີບີ.


ຕອບກັບ

ຂ່າວ/ບົດ​ອື່ນ