ອາເມລິກາ, ອີຢູ ບໍ່ຍ້ອມຮັບຮູ້ໝາກຜົນການລົງປະຊາມະຕິຢູ່ພາກຕາເວັນອອກ ຢູແກຼນ
(ພາບປະກອບ: AFP)
(vovworld) – ອາເມລິກາ ແລະ ບັນດາປະເທດພັນທະມິດເອີລົບ ໄດ້ອອກສຽງຄັດຄ້ານໝາກຜົນການລົງປະຊາມະຕິເຊິ່ງຖືກຈັດຂຶ້ນໃນທ້າຍອາທິດຜ່ານມາ ກ່ຽວກັບສິດເປັນເຈົ້າຕົນເອງຂອງບັນດາພາກທິດຕາເວັນອອກ ຢູແກຼນ ແມ່ນ Donetsk ແລະ Lugansk. ກ່າວຄຳເຫັນຕໍ່ສື່ມວນຊົນ ໃນວັນທີ 12/05, ໂຄສົກກະຊວງການຕ່າງປະເທດອາເມລິກາ ທ່ານນາງ Jen Psaki ໄດ້ກ່າວປະນາມການປ່ອນບັດເລືອກຕັ້ງດັ່ງກ່າວໂດຍບັນດາພາກສ່ວນມີແຜນນະໂຍບາຍຫັນເປັນສະຫະພັນຢູ່ແຂວງ Donetsk ແລະ ແຂວງ Lugansk ຈັດຕັ້ງຂຶ້ນ ເພື່ອແນໃສ່ກໍ່ຄວາມແບ່ງແຍກ ແລະ ເພີ່ມຄວາມວິຕົກກັງວົນຢູ່ ຢູແກຼນ. ພ້ອມກັນກັບທັດສະນະຂອງອາເມລິກາ, ທ່ານປະທານສະພາເອີລົບ Van Rompuy ກໍ່ກ່າວປະນາມການລົງປະຊາມະຕິກ່ຽວກັບສິດເປັນເຈົ້າຕົນເອງຢູ່ພາກຕາເວັນອອກ ຢູແກຼນ, ຖືເຫດການນັ້ນແມ່ນບໍ່ມີຫຼັກຖານດ້ານກົດໝາຍ, ບໍ່ຊອບທຳ ແລະ ບໍ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ອາດຈະເຮັດໃຫ້ສະພາບວິກິດການຢູ່ ຢູແກຼນ ເພີ່ມຂຶ້ນ. ຕາມທ່ານ Van Rompuy, ອີຢູ ພຽງແຕ່ຮັບຮູ້ການປອນບັດເລືອກຕັ້ງໜຶ່ງດຽວ ນັ້ນແມ່ນການເລືອກຕັ້ງປະທານາທິບໍດີໃນວັນທີ 25/05 ຈະມາເຖິງຢູ່ ຢູແກຼນ.
ໃນຂະນະນັ້ນ, ວັງ Kremlin ພັດຖືວ່າ “ມົດສກູ ເຄົາລົບຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢູ່ Donetsk ແລະ Lugansk”, ຮຽກຮ້ອງໝາກຜົນໄດ້ຮັບການປະຕິບັດໃນບັນຍາກາດທີ່ບໍ່ມີການໃຊ້ຄວາມຮຸນ, ຜ່ານການເຈລະຈາລະຫວ່າງບັນດາຜູ້ຕາງໜ້າຂອງ Kiev, Donetsk ແລະ Lugansk.
ແລະກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ Angela Merkel ສືບຕໍ່ຮຽກຮ້ອງໃຫ້ມີມາດຕະການແກ້ໄຂທາງດ້ານການທູດໃຫ້ວິກິດການທີ່ແກ່ຍາວຢູ່ ຢູແກຼນ.