ອາ​ເມ​ລິ​ກາ ອາດ​ຈະ​ຊັ່ງ​ຊາ​ບັນດາ​ມາດ​ຕະການ​ລົງ​ໂທດ ອີຣານ ຄືນ​ໃໝ່

(VOVWORLD) -ວໍຊີງຕັນ ບໍ່ຈັດວາງຄໍາສັ່ງລົງໂທດ ເຕເຮຣານ ກ່ຽວກັບບັນດາແຫຼ່ງສະໜອງເງິນໜູນຊ່ວຍມະນຸດສະທໍາ ແລະ ອຸປະກອນການແພດ.
ອາ​ເມ​ລິ​ກາ ອາດ​ຈະ​ຊັ່ງ​ຊາ​ບັນດາ​ມາດ​ຕະການ​ລົງ​ໂທດ ອີຣານ ຄືນ​ໃໝ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN) 

   ເມື່ອຕອບສໍາພາດຕໍ່ສື່ມວນຊົນໃນວັນທີ 31 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເຕື້ອງເຖິງກໍລະນີ ອາເມລິກາ ຈະພິຈາລະນາຫຼຸດຜ່ອນບັນດາມາດຕະການລົງໂທດສໍາລັບ ອີຣານ ແລະ ບັນດາປະເທດອື່ນ ເພື່ອແນໃສ່ຊ່ວຍການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 ທີ່ພວມລະບາດຢ່າງຮ້າຍແຮງ. ເຖິງຢ່າງໃດກໍຕາມ, ທ່ານບໍ່ເຜີຍໃຫ້ຮູ້ກ່ຽວກັບສັນຍານລະອຽດໃນການປະຕິບັດແຜນການດັ່ງກ່າວ. ນອກຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກໍເນັ້ນໜັກວ່າ ວໍຊີງຕັນ ບໍ່ຈັດວາງຄໍາສັ່ງລົງໂທດ ເຕເຮຣານ ກ່ຽວກັບບັນດາແຫຼ່ງສະໜອງເງິນໜູນຊ່ວຍມະນຸດສະທໍາ ແລະ ອຸປະກອນການແພດ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ໄດ້ສົ່ງອອກສິນຄ້າປະເພດອຸປະກອນການແພດ ໄປຍັງ ອີຣານ ໃນການແລກປ່ຽນຄ້າຂາຍຄັ້ງທໍາອິດ ທີ່ໄດ້ປະຕິບັດຕາມກົນໄກ ການຄ້າ ເຊິ່ງໄດ້ສ້າງຕັ້ງຂ້ຶນເພື່ອແລກປ່ຽນສິນຄ້າ ແລະ ສະບຽງອາຫານແບບມະນຸດສະທໍາ, ພາຍຫຼັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ເມື່ອປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ