ອາເມລິກາ ຮັດແໜ້ນ ວຽກງານຕິດຕາມການກະທຳຂອງຈີນ ຢູ່ທະເລຕາເວັນອອກ
ເຍີດກີນ, ຮຸຍຮ່ວາງ, ນັກຂ່າວ VOV ປະຈຳອາເມລິກາ -  
(ພາບປະກອບ: SCMP)
(vovworld) – ໃນສັນຍານສະແດງໃຫ້ເຫັນຄວາມວິຕົກກັງວົນທີ່ນັບມື້ນັບເພີ່ມຂຶ້ນຕໍ່ໜ້າບັນດາການກະທຳແຂງກະດ້າງຂອງຈີນ ຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ສະພາແຫ່ງຊາດອາເມລິກາ ຫາກໍ່ຮັບຮອງເອົາຂໍ້ມາດຕາຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດອາເມລິກາ ລາຍງານການກະທຳຕ່າງໆຂອງຈີນ ຢູ່ບັນດາເຂດຂັດແຍ້ງກັນເປັນປະຈຳ. ຂໍ້ມາດຕາດັ່ງກ່າວ ນອນໃນຮ່າງກົດໝາຍວ່າດ້ວຍລາຍຈ່າຍງົບປະມານປ້ອງກັນຊາດປີ 2015 ເຊິ່ງສະພາສູງອາເມລິກາ ຮັບຮອງເອົາໃນວັນທີ 13/12. ຕາມຂໍ້ມາດຕາໃໝ່ທີ່ຫາກໍ່ໄດ້ຮັບການເພີ່ມເຕີມ, ໃນຮອບເວລາ 180 ວັນ, ນັບແຕ່ຈຸດເວລາຮ່າງກົດໝາຍວ່າດ້ວຍລາຍຈ່າຍງົບປະມານປ້ອງກັນຊາດປີ 2015 ມີຜົນບັງຄັບໃຊ້, ກະຊວງປ້ອງກັນປະເທດອາເມລິກາ ຕ້ອງຍື່ນສະເໜີບົດລາຍງານສະບັບໜຶ່ງຕໍ່ກຳມາທິການການຕ່າງປະເທດສະພາຕໍ່າອາເມລິກາ ກ່ຽວກັບບັນດາການກະທຳທີ່ແນໃສ່ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ ຂອງຈີນ, ກໍ່ຄືຜົນປະທົບຂອງບັນດາການກະທຳດັ່ງກ່າວທີ່ມີຕໍ່ຜົນປະໂຫຍຄວາມສະຫງົບປອດໄພຂອງອາເມລິກາຢູ່ອາຊີ - ປາຊີຟິກ. ສະພາແຫ່ງຊາດອາເມລິກາ ກໍ່ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ລາຍງານປະຈຳປີກ່ຽວກັບຜົນກະທົບຂອງການເຄື່ອນໄຫວພົວພັນດ້ານການທະຫານລະຫວ່າງອາເມລິກາ - ຈີນ ໃນການຫຼຸດຜ່ອນສະພາບຄິດໄລ່ຢ່າງຜິດ ແລະ ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ພິເສດແມ່ນໃນບັນດາເຫດການທີ່ກ່ຽວຂ້ອງເຖິງຈີນ.
ເຍີດກີນ, ຮຸຍຮ່ວາງ, ນັກຂ່າວ VOV ປະຈຳອາເມລິກາ