(vovworld) – ຕອນຄຳ່ວັນທີ 27/2 (ຕາມເວລາ ຫວຽດນາມ), ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດ “ບົດລາຍງານປະຈຳປີ ກ່ຽວກັບສະພາບສິດທິມະນຸດໂລກປີ 2013”, ເຕື້ອງເຖິງບັນຫາສິດທິມະນຸດຂອງຫຼາຍປະເທດອື່ນໆໃນໂລກ, ໃນນັ້ນມີ ຫວຽດນາມ.
ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ ເນື່ອງໃນໂອກາດນີ້, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ ທ່ານນາງ Uzra Zeya ໃຫ້ຮູ້ວ່າ: ອາເມລິກາ ຮັບຮູ້ບັນດາຄວາມກ້າວໜ້າໃນຫຼາຍຂົງເຂດກ່ຽວຂ້ອງເຖິງສິດທິມະນຸດຢູ່ ຫວຽດນາມ, ໃນນັ້ນມີສິດເສລີທາງສາສະໜາ ເຊິ່ງພົ້ນເດັ່ນແມ່ນຈຳນວນຮາກຖານເຄື່ອນໄຫວສາສະໜາຈົດທະບຽນໃໝ່ໄດ້ເພີ່ມຂຶ້ນ, ພ້ອມທັງຊົມເຊີຍ ຫວຽດນາມ ເຊັນສົນທິສັນຍາກ່ຽວກັບການຕ້ານການທໍລະມານຂອງ ສປຊ ແລະ ເຄົາລົບນັບຖືສິດຂອງຜູ້ທີ່ມີຄວາມຮັກເພດດຽວ. ທ່ານນາງ Uzra Zeya ໃຫ້ຮູ້ວ່າ:
“ຫວຽດນາມ ແລະ ອາເມລິກາ ມີບາງຄວາມຮັບຮູ້ລວມໃນບັນຫາສິດທິມະນຸດ. ອາເມລິກາຕີລາຄາສູງ ແລະ ຢາກຮັກສາການສົນທະນາຫາລືກ່ຽວກັບສິດທິມະນຸດ ສຳລັບລັດຖະບານ ຫວຽດນາມ ບໍ່ພຽງແຕ່ເພື່ອຊຸກຍູ້ຄວາມຄືບໜ້າໃນບັນຫານີ້ເທົ່ານັ້ນ ຫາກຍັງເພື່ອແນໃສ່ສືບຕໍ່ຍູ້ແຮງການພົວພັນ 2 ຝ່າຍອີກດ້ວຍ. ໃນການຢ້ຽມຢາມຫວຽດນາມ ໄລຍະມໍ່ໆມານີ້, ທ່ານລັດຖະມົນຕີການຕ່າງປະເທດ John Kerry ມີໂອກາດພົບປະກັບການນຳລັດຖະບານ ແລະ ປະຊາຊົນ ຫວຽດນາມ, ກໍ່ຄືໄດ້ເຂົ້າຮ່ວມພິທີສວດມົນພາວະນາຢູ່ໂບດ. ສິ່ງດັ່ງກ່າວມີຄວາມໝາຍສຳຄັນ, ບໍ່ພຽງແຕ່ໃນວິທີສຳພັດຂອງພວກຂ້າພະເຈົ້າສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງໃນວິທີສຳພັດຂອງພວກເຮົາສຳລັບບັນຫາສິດທິມະນຸດໃນທົ່ວໂລກ ອີກດ້ວຍ.”