ອາເມລິກາ ຮຽກຮ້ອງການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີີ ໄປຄຽງຄູ່ກັບບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ

(VOVWORLD) -ວໍຊິງຕັນ ຢາກຮັບປະກັນວ່າ ບັນດາຄວາມມານະພະຍາຍາມປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະໄປຄຽງຄູ່ກັບຄວາມກ້າວໜ້າໃນການສ້າງແຫຼມເກົາຫຼີໃຫ້ປອດນິວເຄຼຍ.
ອາເມລິກາ ຮຽກຮ້ອງການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີີ ໄປຄຽງຄູ່ກັບບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບ:TTXVN)

ກ່າວຄໍາເຫັນທີ່ການປະຊຸມຂ່າວ ທີ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນທີ 20 ພະຈິກ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ເນັ້ນໜັ້ກວ່າ ວໍຊິງຕັນ ຢາກຮັບປະກັນວ່າ ບັນດາຄວາມມານະພະຍາຍາມປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະໄປຄຽງຄູ່ກັບຄວາມກ້າວໜ້າໃນການສ້າງແຫຼມເກົາຫຼີໃຫ້ປອດນິວເຄຼຍ.

        ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ  Mike Pompeo ສະແດງຄວາມວິຕົກກັງວົນ ໂດຍຖືວ່າ ບັນດາການເຄື່ອນໄຫວທີ່ຟົດຟື້ນໃນມໍ່ໆມານີ້ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ອາດຈະກໍ່ຜົນເສຍຫາຍຕໍ່ບັນດາມາດຕະການລົງໂທດ ແນໃສ່ ສປປ.ເກົາຫຼີ ໂດຍເນື່ອງມາຈາກບັນດາໂຄງການລູກສອນໄຟນໍາວິຖີ ແລະ ອາວຸດນິວເຄຼຍ ຂອງປະເທດນີ້.

        ກໍໃນວັນທີ 20 ພະຈິກ, ຄະນະປະຕິບັດງານ ສ.ເກົາຫຼີ ຂຶ້ນກັບກຸ່ມປະຕິບັດງານ ສ.ເກົາຫຼີ - ອາເມລິກາ ໄດ້ໄປຮອດນະຄອນຫຼວງ ວໍຊິງຕັນ, ເພື່ອແນໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການສົມທົບກັນລະຫວ່າງ ສ.ເກົາຫຼີ - ອາເມລິກາ ໃນການເຈລະຈາ ກ່ຽວກັບບັນຫາ ນິວເຄຼຍ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ບັນດາຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ, ການຂວໍ້າບາດ ສປປ.ເກົາຫຼີ, ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ກໍຄືບັນດາບັນຫາເຊື່ອມຕໍ່ໂຄງການທາງລົດໄຟ, ທາງບົກລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ທ່ານ Pompeo ໃຫ້ຮູ້ວ່າ ສອງຝ່າຍ ບັນລຸໄດ້ “ຂໍ້ຕົກລົງສົມບູນແບບ” ກ່ຽວກັບວິທີການຜັນຂະຫຍາຍບັນດາຄວາມມານະພະຍາຍາມໃນການດໍາເນີນການເຈລະຈາກ່ຽວກັບບັນຫານິວເຄຼຍ ກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ