ອາເມລິກາ ແລະ ຊາອຸດິອາຣາເບັຍ ຢັ້ງຢືນສາຍພົວພັນແບບ ພັນທະມິດຍຸດທະສາດ
ທ່ານລັດຖະມົນຕີກະຊວງປ້ອງກັນຊາດ ອາເມລິກາ Chuk Hagel
(ພາບ: TTXVN)
|
(vovworld)- ອາເມລິກາໝັ້ນໝາຍຈະສືບຕໍ່ເພີ່ມທະວີການປັບປຸງການພົວພັນຍຸດທະສາດຢ່າງໝັ້ນຄົງກັບ ຊາອຸດິອາຣາເບັຍ ໂດຍບໍ່ຫົວຊາຕໍ່ບັນດາຄວາມບໍ່ລົງລອຍກັນເມື່ອມໍ່ໆມານີ້ລະຫວ່າງ 2 ປະເທດກ່ຽວກັບໂຄງການນິວເຄຼຍຂອງອີຣານ ແລະ ວິກິດການການເມືອງຢູ່ຊີຣີ.
ກ່າວຄຳເຫັນທີ່ການຕ້ອນຮັບເຈົ້າຊາຍ Salman bin Sultan ຮອງລັດຖະມົນຕີກະຊວງປ້ອງກັນຊາດ ຊາອຸດິອາຣາເບັຍຊຶ່ງພວມຢ້ຽມຢາມອາເມລິກາເມື່ອວັນທີ 20/3, ທ່ານລັດຖະມົນຕີກະຊວງປ້ອງກັນຊາດ ອາເມລິກາ Chuk Hagel ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນຮວ່ມມືທາງທະຫານລະຫວ່າງ 2 ຝ່າຍ, ພ້ອມທັງຢືນຢັນຄືໃໝ່ກ່ຽວກັບຄຳໝັ້ນສັນຍາຂອງວໍຊິງຕັນທີ່ມີຕໍ່ພື້ນຖານຄວາມສະຫງົບໃນພາກພື້ນ.