ອາ​ເມ​ລິ​ກາ ແລະ ​ພັນ​ທະ​ມິດ ຢາກໃຫ້ ລັດ​ເຊ​ຍ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ເຂດ​ຊາຍ​ແດ​ນ​ຕິ​ດ​ກັບ ຢູ​ແກຼນ

(VOVWORLD) -ອາເມລິກາ ແລະ ບັນດາປະເທດພັນທະມິດ ຢາກໃຫ້ ລັດເຊຍ ມີການກະທຳທີ່ລະອຽດ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນຕິດກັບ ຢູແກຼນ ຄື ຖອນກຳລັງທະຫານອອກຈາກເຂດຊາຍແດນຕິດກັບ ຢູແກຼນ ພ້ອມທັງໃຫ້ຄຳໝັ້ນສັນຍາ ບໍ່ແຊກແຊງເຂົ້າຂໍ້ຕົກລົງ Minsk ສະບັບຕ່າງໆ.
ອາ​ເມ​ລິ​ກາ ແລະ ​ພັນ​ທະ​ມິດ ຢາກໃຫ້ ລັດ​ເຊ​ຍ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ເຂດ​ຊາຍ​ແດ​ນ​ຕິ​ດ​ກັບ ຢູ​ແກຼນ - ảnh 1ທ່ານນາງ Julianne Smith ທູດພິເສດຂອງ ອາເມລິກາ ປະຈຳ NATO (ພາບ: CNN)

   ກ່ອນດຳເນີນກອງປະຊຸມຂອງສະພາ NATO-ລັດເຊຍ ໃນວັນທີ 11 ມັງກອນ, ທ່ານນາງ Julianne Smith ທູດພິເສດຂອງ ອາເມລິກາ ປະຈຳ NATO  ໃຫ້ຮູ້ວ່າ ອາເມລິກາ ແລະ ບັນດາປະເທດພັນທະມິດ ຢາກໃຫ້ ລັດເຊຍ ມີການກະທຳທີ່ລະອຽດ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນຕິດກັບ ຢູແກຼນ ຄື ຖອນກຳລັງທະຫານອອກຈາກເຂດຊາຍແດນຕິດກັບ ຢູແກຼນ ພ້ອມທັງໃຫ້ຄຳໝັ້ນສັນຍາ ບໍ່ແຊກແຊງເຂົ້າຂໍ້ຕົກລົງ Minsk ສະບັບຕ່າງໆ. ທ່ານເອກອັກຄະລັດຖະທູດ ອາເມລິກາ ກໍກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງອັນຮ້າຍແຮງ ຖ້າຫາກວ່າ ລັດເຊຍ ສືບຕໍ່ເດີນຕາມທິດສູ້ຢັນກັນ.

        ທ່ານເອກອັກຄະລັດຖະທູດ Smith ໃຫ້ຮູ້ວ່າ ອາເມລິກາ ແລະ ບັນດາສຳພັນທະມິດ NATO ໃຫ້ຄຳໝັ້ນສັນຍາເຈລະຈາ ແຕ່ກໍຕັດສິນໃຈລົງໂທດ ລັດເຊຍ ຖ້າຫາກວ່າປະເທດນີ້ ສືບຕໍ່ມີການກະທຳລ່ວງລ້ຳດິນແດນ ຢູແກຼນ, ເຊິ່ງລວມທັງການລົງໂທດບັນດາອົງການການເງິນ ລັດເຊຍ, ຈຳກັດການສົ່ງອອກສຳລັບຂະແໜງອຸດສາຫະກຳປາຍແຫຼມຂອງ ລັດເຊຍ ແລະ ເພີ່ມທະວີການຊ່ວຍເຫຼືອຄວາມໝັ້ນຄົງໃຫ້ແກ່ ຢູແກຼນ.

ນັກຂ່າວ VOV ປະຈຳ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ