ອາເມລິກາ ແລະ ສ ເກົາຫຼີ ນາບຂູ່ຈະບຸກຖະຫຼົ່ມ ສປປ ເກົາຫຼີ

ອາເມລິກາ ແລະ ສ ເກົາຫຼີ ນາບຂູ່ຈະບຸກຖະຫຼົ່ມ ສປປ ເກົາຫຼີ - ảnh 1
ກອງທັບ ສ ເກົາຫຼີ
(ພາບ: AFP)

(vovworld) – ຕາມ AFP ​ແລ້ວ, ​ໃນ​ວັນ​ທີ 7/2, ວິທະຍຸ​ໂທລະພາບ KBS ​ໄດ້​​ໃຫ້​ຂ່າວ​ວ່າ ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ ພວມ​ມີ​ແຜນການ​ນຳ​ໃຊ້​ຍຸດ​ທະ​ສາດ “ຕີ​ບຸກຖະຫຼົ່ມ​” ​ໃນ​ບັນຫາ​ຄວບ​ຄຸມ ສປປ ​ເກົາຫຼີ​ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍ, ​ເພື່ອ​ຍາດ​ສິດ​ເປັນ​ເຈົ້າ​ການ​ໃນ​ສະພາບ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ. ກ່າວ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກຳມາ​ທິການ​ປ້ອງ​ກັນ​ປະ​ເທດ​ຂອງ ສະພາ​ແຫ່ງ​ຊາດ ​ສ ​ເກົາຫຼີ, ທ່ານ​ປະທານ​ສະພາ​ເສນາ​ທິການ ຫົວໜ້າ​ທະຫານປະສົມ ສ ​ເກົາຫຼີ Jung Seung – jo ຖະ​ແຫຼ​ງວ່າ: Seoul ຈະ​ບຸກ​ໂຈມ​ຕີ​ກ່ອນ​​ເຂົ້າ​ຮາກ​ຖານ​ນິວ​ເຄຼຍຂອງ ພຽງ​ຢາງ ຖ້າ​ຫາກ​ປະ​ເທດ​ນີ້ມ​ີສັນຍານ​ນຳ​ໃຊ້​ອາວຸດ​ນິວ​ເຄຼຍ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ກະທຳ​ດັ່ງກ່າວ​​ເປັນ​ການ​ກໍ່​ໃຫ້​ເກີດ​ສົງຄາມ. ຕາມ​ທ່ານ Jung Seung – jo ​ແລ້ວ, ​ເລື່ອງ​ມ້າງ​ທຳລາຍ​ຮາກ​ຖານ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ກ່ອນ​ແມ່ນຈະ​ດີ​ກ່ວາ​ຖືກ​ປະ​ເທດ​ນີ້​ບຸກ​ໂຈມ​ຕີ ​ແລະ ກໍ່​ໃຫ້​ເກີດ​ສົງຄາມ​ຢ່າງຮອບດ້ານ.

 ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ​ໄດ້​ກ່າວ​ເຕືອນ​ວ່າ: ກາ​ນທົດ​ລອງ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ອາດ​ຈະ​​ເຮັດ​ໃຫ້​​ຄວາມ​ຫວັງ​ກ່ຽວ​ກັບ​ການ​ໄກ​ເກ່ຍກັບ ສ ​ເກົາຫຼີ ບໍ່​ໄດ້​ຮັບ​ຜົນ.

ຂ່າວ/ບົດ​ອື່ນ