ອາເມລິກາ ແລະ ສປປ ເກົາຫຼີ ຈັດການເຈລະຈາຄືນໃໝ່ໃນເດືອນ 2/2012

ອາເມລິກາ ແລະ ສປປ ເກົາຫຼີ ຈັດການເຈລະຈາຄືນໃໝ່ໃນເດືອນ 2/2012 - ảnh 1
 ( ພາບຈາກອີນເຕີແນດ )

( vovworld ) - ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ​້ຮູ້​ວ່າ, ​ໃນ​ເດືອນ 2/2012, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ ອາ​ເມ​ລິ​ກາ ຈະ​​ເດີນ​ທາງ​ມາ​ຍັງ​ປະ​ເທດ ຈີນ ​ເພື່ອ​ຈັດ​ຕັ້ງ​ການ​ເຈລະຈາ​ກັບ ສປປ ​ເກົາຫຼີ ກ່ຽວ​ກັບ​ບັນຫານິວ​ເຄຼີຍ. ນີ້​ແມ່ນ​ການ​ເຈລະຈາ​​ທີ່ໄດ້​ຮັບການວາງ​ແຜນນັບ​ແຕ່​ປີ 2011, ​​ແຕ່ວ່າ​ຖືກ​ຢຸດ​ສະງັກ​​ເພາະການ​ນຳ ສປປ ​ເກົາຫຼີ Kim Jong Il ​​ໄດ້ເຖິງ​ແກ່​ມໍລະນະ​ກຳ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານນາງ Victoria Nuland ​ໃຫ້​ຮູ້​ວ່າ, ທ່ານ Glyn Davies ທູ​ດພິ​ເສດຂອງ ອາ​ເມ​ລິກາ ກ່ຽວ​ກັບ​ບັນຫາ​ ສປປ ​ເກົາຫຼີ ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຜູ້ທີ່​ໜື່ງຂອງ ສປປ ​ເກົາຫຼີ Kim Kye Gwan​ ​ໃນ​ວັນ​ທີ 23/2. ສປປ ​ເກົາຫຼີ ​ໄດ້​ຖອນ​ອອກ​ການ​ເຈ​ລະ​ຈາ​ເມື່ອ​ປີ 2009. ການ​ພົບ​ປະ​ຢູ່ທີ່ ປັກ​ກິ​່ງ ທີ່​ຈະ​ມາ​ເຖິງ​ ຈະແມ່ນ​ການ​ຕິດ​ຕໍ່​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ ນັບ​ແຕ່​​ເມື່ອ​ທ່ານ​ປະທານ Kim Jong Il ​​ໄດ້ເຖິງ​ແກ່​ມໍລະນະ​ກຳ ​ແລະ ມອບ​ສິດ​ອຳນາ​ດ​ໃຫ້​ແກ່​ລູກ​ຊາຍ​ຄືທ່ານ Kim Jong Un.

ຂ່າວ/ບົດ​ອື່ນ