(vovworld) - ພາຍຫຼັງທີ່ໄດ້ປະກາດຂໍ້ຕົກລົງໄກ່ເກ່ຍລະຫວ່າງ 2 ຝ່າຍສູ້ຢັນກັນນັ້ນແມ່ນ Fatah ແລະ Hamas ຂອງປາແລດສຕິນ, ວັນທີ 23/04, ອິດສຣາແອນ ໄດ້ຍົກເລີກການເຈລະຈາສັນຕິພາບກັບປາແລດສຕິນ ເຊິ່ງຄາດວ່າຈະດຳເນີນໃນວັນດຽວກັນ. ບັນດາເຈົ້າໜ້າທີ່ອິດສຣາແອນ ແລະ ອາເມລິກາ ກໍ່ຕຳນິຕິຕຽນການກະທຳດັ່ງກ່າວຂອງປາແລດສຕິນ. ທ່ານນາງຫົວໜ້າຄະນະເຈລະຈາອິດສຣາແອນ Tzipi Livni ຖືຂໍ້ຕົກລົງໄກ່ເກ່ຍລະຫວ່າງ 2 ຝ່າຍ ປາແລດສຕິນ ແມ່ນຍາກທີ່ເຈົ້າໃຈໄດ້ ແລະ ກໍ່ຄວາມເສຍຫາຍເຖິງບັນດາຄວາມມານະພະຍາຍາມສັນຕິພາບ.
ໃນຂະນະນັ້ນ, ອາເມລິກາ ຖືວ່າ ການກະທຳເປັນເອກະພາບລະຫວ່າງ 2 ຝ່າຍ Fatah – Hamas ແມ່ນຄວາມເສຍຫວັງກ່ຽວກັບເນື້ອໃນກໍ່ຄືຈຸດເວລາ. ທ່ານນາງໂຄສົກກະຊວງການຕ່າງປະເທດອາເມລິກາ Jen Psaki ຖືວ່າ Hamas ບໍ່ກຽມພ້ອມການປະຕິບັດບັນດາຫຼັກການທີ່ເປັນພື້ນຖານເຊິ່ງລັດຖະບານອາເມລິກາ ປາດຖະໜາ ເພື່ອເຂົ້າຮ່ວມວິວັດທະນາການສັນຕິພາບ. ປະຈຸບັນ, ອາເມລິກາ ຖື Hamas ແມ່ນອົງການກໍ່ການຮ້າຍ.
Hamas ແລະ Fatah ໄດ້ລົງນາມໃນຂໍ້ຕົກລົງໄກ່ເກ່ຍ ເມື່ອວັນທີ 23/04, ພາຍຫຼັງໄລຍະ 7 ປີທີ່ແບ່ງແຍກ. ເຊິ່ງຕາມນັ້ນແລ້ວ, 2 ຝ່າຍເຫັນດີຮັກສາບັນດາຂໍ້ຕົກລົງທີ່ບັນລຸໄດ້ກ່ອນນີ້, ຈະສ້າງຕັ້ງລັດຖະບານສາມັກຄີຊົ່ວຄາວໃນຮອບເວລາ 5 ອາທິດ ແລະ ຈະຈັດການເລືອກຕັ້ງຄັ້ງໃໝ່ໃນຮອບເວລາ 6 ເດືອນ.