ອາເມລິກາ ແລະ ອິດສະຣາແອນ ດຳເນີນການຊ້ອມຮົບຮ່ວມປ້ອງກັນ ລູກສອນໄຟຂະໜາດໃຫ່ຍ

ອາເມລິກາ ແລະ ອິດສະຣາແອນ ດຳເນີນການຊ້ອມຮົບຮ່ວມປ້ອງກັນ ລູກສອນໄຟຂະໜາດໃຫ່ຍ - ảnh 1

(ພາບ:vietnamplus.vn)

(TTXVN)- ວັນ​ທີ 21/10, ກອງທັບອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ເລີ່​ມດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂະໜາດ​ໃຫ່ຍທີ່​ມີ​ຊື່ວ່າ “ການ​ທ້າ​ທາຍ​ທີ່​ຮ້າຍ​ແຮງ-12“ ຊື່​ງຄາດວ່າ​ຈະ​ແກ່ຍາວ​ໃນ​ເວລາ 3 ອາທິດ. ການ​ຊ້ອມ​ຮົບ​ຄັ້ງນີ້​ຖືກ​ຕີ​ລາຄາ​ວ່າ​ແມ່ນ​ການ​ເຄື່ອນ​ໄຫ​ວດ້ານ​ການທະຫານ​ຮ່ວມຂະໜາດ​ໃຫ່ຍກ່ວາ​ໝູ່​ນັບ​ແຕ່​ກ່ອນ​ມາ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ. ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ມີ​ທະຫານມາ​ຈາກ​ກອງ​ບັນຊາ​ການ​ເອີ​ລົບ ​ຂອງ​ອາ​ເມ​ລິ​ກາ 3500 ຄົນ ​ແລະ ທະຫານ​ອິດສະຣາ​ແອນ 1000 ຄົນ. ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຊ້ອນ​ຮົບ​ຄັ້ງນີ້​ອາດ​ຈະ​ແມ່ນ​ສານ​ທີ່​ຈະ​ແຈ້ງ​ຝາກ​ສົ່ງ​ເຖິງ​ອີຣານ ກ່ຽວຂ້ອງ​ເຖິງ​ບັນຫາ​ນິວ​ເຄຼຍຂອງ​ປະ​ເທດ​ນີ້, ​ໃນ​ສະພາ​ບການ​ທີ່​ການ​ພົວພັນ​ລະຫວ່າງ​ວໍ​ຊິງ​ຕັນ ​ແລະ ​ເຕ​ເຮຣານ ສືບ​ຕໍ່​ມີ​ຄວາມ​ເຄັ່ງ​ຕຶງ ພ້ອມ​ກັບ​ຫາງ​ສຽງທີ່ວ່າ ອິດສະຣາ​ແອນ ຈະ​ບຸກ​ໂຈມ​ຕີ​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ ຫຼື​ບໍ່? ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ ວົງ​ການ​ເຈົ້າໜ້າ​ທີ່ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ລ້ວນ​ແຕ່​ຢັ້ງຢືນວ່າ​ບໍ່​ມີ​ການ​ກ່ຽວຂ້ອງ​​ເຖງບັນຫາ​ເຫຼົ່າ​ນີ້.

 

ຂ່າວ/ບົດ​ອື່ນ