ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ອອກ​ຖະ​ແຫຼງ​ການ​ຮ່ວມ​ Jerusalem

(VOVWORLD) -ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງການເຮັດວຽກລະຫວ່າງການນຳສອງທ່ານ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ສອງຝ່າຍ, ໃນນັ້ນສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາຢູ່ພາກພື້ນ
ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ອອກ​ຖະ​ແຫຼງ​ການ​ຮ່ວມ​ Jerusalem - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Yair Lapid (ພາບ: TTXVN)

ວັນທີ 14 ກໍລະກົດ, ຢູ່ອິດສະລາແອັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Yair Lapid ໄດ້ລົງນາມ “ຖະແຫຼງການຮ່ວມ Jerusalem”, ໃນນັ້ນ ອາເມລິກາ “ຢັ້ງຢືນການສະໜັບສະໜູນທີ່ຍາວນານ ແລະ ສະເໝີຕົ້ນສະເໝີປາຍຕໍ່ວິທີການແກ້ໄຂຂອງສອງລັດ ແລະ ມຸ່ງໄປເຖິງການຊຸກຍູ້ສ້າງເງື່ອນໄຂໃຫ້ຊາວອິດສະລາແອັນ ແລະ ປາແລັດສະຕິນ ໄດ້ຊົມໃຊ້ບັນດາມາດຕະການສະເໝີພາບ ຮັບປະກັນໃຫ້ແກ່ຄວາມໝັ້ນຄົງ, ເສລີພາບ ແລະ ວັດທະນາຖາວອນ”.ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງການເຮັດວຽກລະຫວ່າງການນຳສອງທ່ານ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ສອງຝ່າຍ, ໃນນັ້ນສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາຢູ່ພາກພື້ນ, ພິເສດແມ່ນບັນຫານິວເຄຼຍອີຣານ ແລະ ວິວັດທະນາການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ ທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ. ຖະແຫຼງການໄດ້ຢັ້ງຢືນການພົວພັນ “ທີ່ບໍ່ສາມາດທັບມ້າງໄດ້” ລະຫວ່າງ ອາເມລິກາ ແລະ ອິດສະລາແອັນ ແລະ ຄຳໝັ້ນສັນຍາທີ່ໝັ້ນຄົງຂອງອາເມລິກາຕໍ່ຄວາມໝັ້ນຄົງຂອງ ອິດສະລາແອັນ”.

ຖະແຫຼງການໄດ້ຍົກອອກມາໃນໂອກາດການຢ້ຽມຢາມພາກພື້ນຕາເວັນອອກກາງ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Joe Biden ໃນຖານະເປັນປະທານາທິບໍດີ ອາເມລິກາ. ຕາມແຜນການ, ພາຍຫຼັງຢ້ຽມຢາມ ອິດສະລາແອັນມາເປັນ ສອງວັນ, ທ່ານ Joe Biden ຈະພົບປະກັບທ່ານ ປະທານາທິບໍດີ ປາແລັດສະຕິນ Malmould Abbas ກ່ອນທີ່ຈະເດີນທາງໄປຢ້ຽມຢາມ ອາຣັບບິ ຊາອຸດິ.

ຕອບກັບ

ຂ່າວ/ບົດ​ອື່ນ