ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ການນຳວິສາຫະກິດ ອາຊຽນ - ອາເມລິກາ |
(vovworld) - 10 ປະເທດ ອາຊຽນ ແມ່ນຄູ່ຮ່ວມມືເສດຖະກິດ, ຄູ່ເຈລະຈາຍຸດທະສາດຂອງ ອາເມລິກາ, ພາກພື້ນອາຊຽນພັດທະນາຢ່າງຂະຫຍັນຂັນເຄື່ອນ ດ້ວຍພົນລະເມືອງ 600 ລ້ານຄົນ ໄດ້ຮັບຄວາມມຸ່ງຫວັງວ່າແມ່ນຕະຫລາດສົ່ງອອກສຳຄັນພິເສດຊ່ວຍພື້ນຖານເສດຖະກິດ ອາເມລິກາ ຫລຸດພົ້ນອອກຈາກສະພາບຊັກຊ້າປະຈຸບັນ”. ນີ້ແມ່ນສານຊື່ງບັນດາເຈົ້າຫນ້າທີ່ ອາເມລິກາ ຢັ້ງຢືນອີກຄັ້ງຫນຶ່ງໃນການພົບປະຄັ້ງຕ່າງໆກັບລັດຖະມົນຕີເສດຖະກິດ ອາຊຽນ ຢູ່ ຊຽມຣຽບ ປະເທດ ກຳປູເຈຍ ໃນວັນທີ 30/8. ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 44 ດຳເນີນໄປໃນຕອນເຊົ້າວັນດຽວກັນ, ກອງປະຊຸມການນຳວິສາຫະກິດ ອາຊຽນ - ອາເມລິກາ ກໍຖືກຈັດຂຶ້ນ. ນີ້ແມ່ນເວທີປາໄສຂັ້ນສູງເປັນຄັ້ງທຳອິດຈັດຂຶ້ນຢ່າງເປັນທາງການລະຫວ່າງ ອາເມລີກາ ແລະ ອາຊຽນ ນັບແຕ່ກ່ອນມາຮອດປະຈຸບັນ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ແລະ ອາຊຽນ ແລກປ່ຽນທັດສະນະກ່ຽວກັບການຊຸກຍູ້ການເຕີບໂຕເສດຖະກິດ ແລະ ປ່ຽນໃຫມ່ເຕັກໂນໂລຊີ, ພ້ອມກັນຍົກອອກບັນດາຂໍ້ສະເຫນີກ່ຽວກັບນະໂຍບາຍ ແລະ ກົນໄກຜ່ານການເຈລະຈາໂດຍກົງກັບບັນດາລັດຖະມົນຕີເສດຖະກິດ, ການຄ້າຂອງ ອາຊຽນ.