ອາເມລິກາ ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ຫັນເປັນດີຈີຕອນ

(VOVWORLD) - ຕອນເຊົ້າວັນທີ 03 ພະຈິກ, ທີ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ສົມທົບກັບອົງການພັດທະນາສາກົນອາເມລິກາ ປະຈຳ ຫວຽດນາມ (USAID) ຈັດຕັ້ງພິທີປະກາດ “ໂຄງການໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນໄລຍະ 2021 - 2025”.
ອາເມລິກາ ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ຫັນເປັນດີຈີຕອນ - ảnh 1 ອາເມລິກາ ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ຫັນເປັນດີຈີຕອນ (ພາບ: TTXVN)

        ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ແລ້ວ, ການຫັນເປັນດີຈີຕອນພວມດຳເນີນໄປຢ່າງໄວວາໃນທົ່ວໂລກ. ວັນທີ 03 ມິຖຸນາ 2020, ນາຍົກລັດຖະມົນຕີໄດ້ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານ “ໂຄງການຫັນປ່ຽນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030” ດ້ວຍບັນດາການເຄື່ອນໄຫວ ແນໃສ່ຊຸກຍູ້ວິວັດທະນາການຫັນເປັນດີຈີຕອນ. ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ຊີ້ແຈ້ງວ່າ:

        “ຄາດໝາຍຮອດປີ 2025 ແມ່ນໜູນຊ່ວຍໃຫ້ 100% ວິສາຫະກິດ ຍົກສູງສະຕິຄວາມຮັບຮູ້ ແລະ ຫັນເປັນດີຈີຕອນ. ພວກຂ້າພະເຈົ້າ ປາດຖະໜາວ່າ ຈະຜັນຂະຫຍາຍໂຄງການດັ່ງກ່າວໃຫ້ເປັນຢ່າງດີ ເພື່ອທະວີຄູນ ແລະ ດຶງດູດບັນດາແຫຼ່ງກຳລັງອື່ນ, ອາດຈະນັບທັງງົບປະມານແຫ່ງລັດ, ເພື່ອຊ່ວຍຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ, ຕາມນັ້ນແລ້ວ ພວກເຮົາຈະພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.

        ສ່ວນທ່ານນາງ Ann Marie Yastishock - ຫົວໜ້າອົງການພັດທະນາສາກົນອາເມລິກາປະຈຳ ຫວຽດນາມ ໃຫ້ຮູ້ວ່າ: USAID ໄດ້ ແລະ ພວມໜູນຊ່ວຍບັນດາວິສາຫະກິດຫລາຍປະເທດ ປະຕິບັດວິວັດການດັ່ງກ່າວ, ໃນນັ້ນ ພົ້ນເດັ່ນແມ່ນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ