ອາເມລິກາຈັດວາງບັນດາມາດຕະການລົງໂທດສປປເກົາຫຼີຕື່ມອີກ

ອາເມລິກາຈັດວາງບັນດາມາດຕະການລົງໂທດສປປເກົາຫຼີຕື່ມອີກ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 16/03 ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້ປະກາດ​ໃຊ້ລັດຖະດຳລັດ​ສະບັບ​ໜຶ່ງ​ກ່ຽວ​ກັບ​ເລື່ອງ​ຈັດ​ວາງ “ບັນດາ​ມາດ​ຕະການ​ລົງ​ໂທດ​ ​ໃໝ່ທີ່​ຮ້າຍ​ແຮງ ” ​​ແນ​ໃສ່ ສປປ.​ເກົາຫຼີ, ພາຍຫລັງທີ່ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ເມື່ອ​ວັນ​ທີ 06/1 ​ແລະ ຍິງລູກ​ສອນ​ໄຟ​ທີ່ນຳ​ໃຊ້​ເຕັກ​​ໂນ​ໂລ​ຢີລູກ​ສອນ​ໄຟນຳ​ວິຖີ​ເມື່ອ​ວັນ​ທີ 07/02. ​ແລະ​ກໍ່ໃນ​ວັນ​ດຽວ​ກັນ, ​ໂຄສົກ​ທຳນຽບຂາວ​ທ່ານ Josh Earnest ​ໄດ້ອອກ​ຖະ​ແຫຼ​ງຊີ້​ແຈ້ງວ່າ: ອາ​ເມ​ລິ​ກາ ​ແລະ ປະຊາ​ຄົມ​​ໂລກ​ຈະ​ບໍ່​ເມີນ​ເສີຍ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ນຳ​ວິຖີ​ຜິດ​ກົດໝາຍ​ຂອງ ສປປ.​ເກົາຫຼີ.
ຂ່າວ/ບົດ​ອື່ນ