ອາເມລິກາຈັດສົ່ງກຳປັ່ນຂັບໄລ່ເຖິງເຂດທະເລ ມໍ່ກັບແຫຼມເກົາຫຼີ

ອາເມລິກາຈັດສົ່ງກຳປັ່ນຂັບໄລ່ເຖິງເຂດທະເລ ມໍ່ກັບແຫຼມເກົາຫຼີ - ảnh 1
ກຳ​ປັ່ນ​ຂັບ​ໄລ່ຂອງ​ອາເມ​ລິ​ກາ

(ພາບ:vn.news.yahoo.com)

(vovworld)- ວັນທີ 1/4, ​ເຈົ້າໜ້າ​ທີ່​ຂັ້ນສູງຂອງ​ທຳນຽບຂາວ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ກຳລັງ​ທະຫານ​ເຮືອ​ອາ​ເມ​ລິ​ກາ ​ໄດ້​ຈັດສົ່ງກຳ​ປັ່ນ​ຂັບ​ໄລ່ USS Fitzgerald ປະກອບ​ລູດສອນ​ໄຟ Aegis ​ເຖິງ​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ ສເກົາຫຼີ. ທະຫານ​ເຮືອ​ອາ​ເມ​ລິກາ ກໍ່​ພວມ​ຍົກຍ້າຍລະບົບຣາດາ X-band ​ເຖິງ​ເຂດ​ທະ​ເລ​ມໍ່​ກັບ ສປປ ​ເກົາຫຼີ ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ​ຂອງ​ພຽງ​ຢາງ. ​ເຈົ້າໜ້າ​ທີ່​ທ່ານ​ນີ້​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ກະທຳ​ລະມັດລະວັງ​ເພື່ອ​ມີ​​ການ​ເລືອກ​ເຟັ້ນທີ່ມີ​ລັກສະນະ​ປ້ອງ​ກັນ​ກ່ວາ​ໃນ​ກໍລະນີ​ຈຳ​ເປັນ. ​ເລື່ອງ​ຈັດ​ສົ່ງ​ກຳ​ປັ່ນ​ຂັບ​ໄລ່ ​ແລະ ຍົກຍ້າຍລະບົບຣາດາ X-band ຊື່​ງອາ​ເມ​ລິ​ກາ ປະຕິບັດ​ພາຍຫຼັງ​ການ​ກະທຳ​ກໍ່​ກຳລັງ​ດັນ​ຢ່າງ​ລຽນຕິດ​ຂອງ​ວິ​ຊິງ​ຕັນ.

   ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ທຳນຽບຂາວ Jay Carnay ປະກາດ​ວ່າ, ອາ​ເມ​ລິ​ກາ ບໍ່​ເຫັນ​ການ​ປ່ຽນ​ແປງ​ໃຫ່ຍ​ໃດໆກ່ຽວ​ກັບ​ດ້ານ​ການ​ທະຫານ​ຂອງ ສປປ ​ເກົາຫຼີ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ຖະ​ແຫຼ​ງຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ພຽງ​ຢາງ ກ່ຽວ​ກັບ​ການ​ລະດົມ​ກຳລັງ​ສັງ​ລວມ ​ແລະ ຈັດ​ສັນ​ບັນດາ​ກຳລັງ​ເຂົ້າທີ່​ຕັ້ງສູ້​ຮົບ. ​ແຕ່​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ, ​ໂຄສົກ​ທ່ານ​ນີ້​ໃຫ້​ຮູ້​ວ່າ: ວໍ​ຊິງ​ຕັນ​ ຈະ​ພິຈາລະນາ​ບັນດາ​ຄຳ​ຖະ​ແຫຼ​ງນາບ​ຂູ່​ຂອງ​ພຽງ​ຢາງ​ ຢ່າງ​ເຂັ້ມງວດ.

 

 

 

 

 

ຂ່າວ/ບົດ​ອື່ນ