ອາເມລິກາ,ຈີນປຶກສາຫາລືການເພີ່ມທະວີການພົວພັນ 2 ຝ່າຍ

ອາເມລິກາ,ຈີນປຶກສາຫາລືການເພີ່ມທະວີການພົວພັນ 2 ຝ່າຍ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson
(ພາບ​ປະ​ກອບ: THX/TTXVN)

(vovworld) - ​ວັນ​ທີ 28/02 ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson ແລະ ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ຈີນ ຢາງ​ເຈຍ​ສື, ຜູ້​ທີ່​ພວມ​​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ ວ​ໍ​ຊິງ​ຕັນ, ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປັບ​ປຸງ ແລະ ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ຈີນ. ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ ໃນ​ການ​ພົບ​ປະ​ຢູ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ, ທ່ານ Tillerson ແລະ ທ່ານ ຢາງ​ເຈຍ​ສື ໄດ້​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ສຳ​ຄັນ​ຂອງ​ເລື່ອງ “​ການແຊກ​ແຊງ​ປະ​ຈຳ​ໄລ​ຍະ​ຂັ້ນ​ສ​ູງ” ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ​ສ​ປ​ປ.ເກົາ​ຫຼີ. ຕາມ​ທ່ານ ຢາງ​ເຈຍ​ສື ແລ້ວ, ຈີນ​ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຕໍ່​ໄປ, ເພື່ອ​ແນ​ໃສ່​ຊຸກຍ​ູ້​ການ​ພົວ​ພັນ​ແລກ​ປ່ຽນ​ໃນ​ທຸກ​ຂັ້ນ, ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ເປີດກວ້າ​ງ​ການ​ຕິດ​ຕໍ່​ພົວ​ພັນ ແລະ ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ເຄົາ​ລົບ​ບັນ​ດາ​ຜົນ​ປະ​ໂຫຍດເປັນ​ແກ່ນ​ສານ ແລະ ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ກັນ.

        ສ່ວນ​ທ່ານ Tillerson ຢືນ​ຢັນ​ວ່າ, ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັບ​ຈີນ ເພື່ອ​ເພີ່ມ​ທະ​ວ​ີ​ການ​ເຈ​ລະ​ຈາ ແລະ ການ​ແລກ​ປ່ຽນ​ຂັ້ນ​ສ​ູງ 2 ຝ່າຍ, ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ​ບັນ​ດາ​ບັນ​ຫາ​ສະ​ດຸ​້ງ​ໄວ ຜ່ານ​ການ​ເຈ​ລະ​ຈາ ແລະ ທາບ​ທາມ​ຄວາມ​ເຫັນ.

ຂ່າວ/ບົດ​ອື່ນ