ປະທານາທິບໍດີ ອາເມລິກາ Barack Obama ແລະ
ປະທານາທິບໍດີ ສເກົາຫລີ Park Geun Hye
ພາບ:baotintuc.vn
|
(vovworld)- ວັນທີ 5/2, ປະທານາທິບໍດີ ອາເມລິກາ Barack Obama ແລະ ປະທານາທິບໍດີ ສເກົາຫລີ Park Geun Hye ໄດ້ໂອ້ລົມທາງໂທລະສັບຕ່າງຫາກກັບປະທານປະເທດຈີນ ສີຈິ້ນຜິງ ທີ່ກ່ຽວຂ້ອງເຖິງການຖະແຫລງຍິງດາມທຽມຂອງ ສປປ ເກົາຫລີ. ທຳນຽບຂາວ ຊີ້ແຈ້ງວ່າ ການນຳ ອາເມລິກາ ແລະ ຈີນ ເຫັນດີ ຄວນມີການກະທຳໂຕ້ຕອບຢ່າງແຮງ ແລະ ຕ້ອງມີຄວາມສາມັກຄີຂອງປະຊາຄົມສາກົນຕໍ່ບັນດາການກະທຳຂອງ ສປປ ເກົາຫລີ. ທ່ານ Barack Obama ແລະ ສີຈິ້ນຜິງ ກໍຢືນຢັນວ່າ ອາເມລິກາ ແລະ ຈີນ ຈະມານະພະຍາຍາມເພື່ອໂຕ້ຕອບບັນດາເຫດຍິງທົດລອງນິວເຄຼຍ ໃນເດືອນກ່ອນຂອງ ພຽງຢາງ ພ້ອມທັງເນັ້ນຫນັກວ່າ ວໍຊິງຕັນ ແລະ ປັກກິງ ຈະບໍ່ຍອມຮັບ ເລື່ອງ ສປປ ເກົາຫລີ ກາຍເປັນປະເທດກຳມະສິດອາວຸດນິວເຄຼຍ. ໃນວັນດຽວກັນ, ທ່ານ ສິຈິ້ນຜິງ ກໍໂອ້ລົມທາງໂທລະສັບກັບປະທານາທິບໍດີ ສເກົາຫລີ Park Geun Hye ກ່ຽວກັບບັນຫາດັ່ງກ່າວ. ປະທານາທິບໍດີ ສເກົາຫລີ ຕີລາຄາວ່າ ການກະທຳຂອງ ພຽງຢາງ ແມ່ນນາບຂູ່ເຖິງສັນຕິພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເຫນືອ ກໍຄືທົ່ວໂລກ ແລະ ຮຽກຮ້ອງການຮ່ວມມືຕັ້ງຫນ້າຈາກ ປັກກີງ ໃນບັນຫານີ້.