ອາເມລິກາຊຸກຍູ້ຂໍ້ຕົກລົງສັນຕິພາບ ອິດສະຣາແອນ-ປາແລດສະຕີນ
ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃນການເຈລະຈາສັນຕິພາບລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ
(ພາບ: Reuters)
(vovworld) - ທ່ານນາງ Zahava Gal – On, ສະມາຊິກສະພາແຫ່ງຊາດຂັ້ນສູງຂອງ ອິດສະຣາແອນ, ພ້ອມທັງແມ່ນປະທານພັກຝ່າຍຊ້າຍ Meretz, ໃຫ້ຮູ້ວ່າ:ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Barack Obama ຄາດວ່າຈະຍົກອອກແຜນການສະເພາະທີ່ກ່ຽວຂ້ອງເຖິງຮ່າງຂໍ້ຕົກລົງແມ່ເພື່ອແນໃສ່ສ້າງຕັ້ງທີ່ຕັ້ງບົດບາດຍາວນານລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ. ຕາມນັ້ນແລ້ວ, ອຳນາດການປົກຄອງ Obama ຊຸກຍູ້ເພື່ອແນໃສ່ບັນລຸໄດ້ບາດກ້າວບຸກທະລຸທາງດ້ານການທູດໃນຕົ້ນປີ 2014 ແລະ ວໍຊິງຕັນ ຢາກຫັນປ່ຽນບົດບາດສົມທົບລະຫວ່າງ 2 ຝ່າຍເຈລະຈາໄປສູ່ໄລຍະແຊກແຊງຢ່າງຕັ້ງໜ້າ. ແຜນການພົວພັນການທູດໃໝ່, ຄາດວ່າຈະຍົກອອກມາໃນເດືອນ 1/2014, ຈະລວມມີທຸກໆບັນຫາສຳຄັນໂດຍອີງໃສ່ເສັ້ນຊາຍແດນປີ 1967. ແຜນການນີ້ກໍ່ຈະວາງອອກຕາຕະລາງເພື່ອປະຕິບັດ ແລະ ສຸມໃສ່ເຂົ້າໃນຂໍ້ລິເລີ່ມສັນຕິພາບ ອາຣັບ. ນອກຈາກນັ້ນ, ອາເມລິກາ ກໍ່ຈະສະເໜີແຜນການລົງທຶນທີ່ມີມູນຄ່ານັບຕື້ USD ເຂົ້າໃນພື້ນຖານເສດຖະກິດ ປາແລດສະຕີນ.
ໃນຂະນະນັ້ນ, ວັນທີ 4/11, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິດສະຣາແອນ ທ່ານ Ya’akov Amidor ໃຫ້ຮູ້ວ່າ: ເລື່ອງຟື້ນຟູວິວັດການເຈລະຈາສັນຕິພາບກັບ ປາແລດສະຕີນ ປະກອບສ່ວນສຳຄັນເຂົ້າໃນທີ່ຕັ້ງບົດບາດຂອງ ອິດສະຣາແອນ ໃນເວທີສາກົນ, ພ້ອມທັງກ່າວເຕືອນວ່າ: ຖ້າຫາກວິວັດການນີ້ຖືກປະລາໄຊ ຈະຊຸກຍູ້ຂະບວນການປະຕິບັດ ອິດສະຣາແອນ ກໍ່ຄືເຮັດໃຫ້ເພີ່ມທະວີການນີ້ຕົກຢູ່ໂດດດຽວຂອງປະເທດນີ້ຫຼາຍກ່ວາອີກ.