ອາເມລິກາ,ຍີ່ປຸ່ນປະກາດກຳນົດທິດການຮ່ວມມືໃໝ່ກ່ຽວກັບການປ້ອງກັນປະເທດ

ອາເມລິກາ,ຍີ່ປຸ່ນປະກາດກຳນົດທິດການຮ່ວມມືໃໝ່ກ່ຽວກັບການປ້ອງກັນປະເທດ - ảnh 1
ພາບ​ປະ​ກອບ

 (vovworld) – ວັນ​ທີ 27/4, ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ ແລະ ປ້ອງ​ກັນ​ປະ​ເທດ​ຊັ້ນ​ນຳຂອງ ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ພ້ອມ​ກັນ​ປະ​ກາດ​ບັນ​ດາ​ການ​ນຳ​ນົດ​ທິ​ດ​ການ​ຮ່ວມ​ມື​​ໃໝ່​ກ່ຽວ​ກັບ​ການປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ ອາ​ເມ​ລິ​ກາ - ຍີ່​ປຸ່ນ. ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃໝ່​ນີ້ ໄດ້​ສ່ອງ​ແສງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ ຍີ່​ປຸ່ນ ປາດ​ຖະ​ໜາ​ຢາກ​ສວມ​ບົດ​ບາດ​ສາ​ກົນ​ໃຫຍ່​ກ່​ວາ, ໃນ​ນັ້ນ​ມ​ີ​ທັງ​ບົດ​ບາດ​ການ​ທະ​ຫານ, ພາຍຫຼັງ​​ເມື່ອ​ທ້າຍ​ປີ​ກ່ອນ, ປະ​ເ​ທດນີ້ໄດ້​ອະ​ທິ​ບາຍ​ລັດ​ຖະ​ທຳ​ມະ​ນູນ​ພາຍຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ຄືນ​ໃໝ່​ເພື່ອ​ມີ​ສິດ​ປະ​ຕິ​ບັດ “ສິດ​ປ້ອງ​ກັນ​ລວມ​ໝູ່”. ​ເອ​ກະ​ສານກຳ​ນົດ​ທິດ​ການ​ຮ່ວມ​ມື​ໃໝ່​ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ​ ​ສະ​ບັບປັບ​ປຸງ​ເມື​່ອ​ທ​ຽບ​ໃສ່​ກັບ​ສະ​ບັບ​ເມື່ອ​ປີ 1997 ກໍ່​ອະ​ນຸ​ຍາດ​ໃຫ້ ຍີ່​ປຸ່ນ ເຂົ້າ​ຮ່ວມ​ການ​ສ້າງ​ຕັ້ງ​ບັນ​ດາ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ນຳ​ວິ​ຖີ, ຕ້ານ​ສົງ​ຄາມ​ທາງ​ອິນ​ເຕີ​ເນັດ, ສົງ​ຄາມ​ຈັກ​ກະ​ວານ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນການ​ເດີນ​ທະ​ເລ. ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ: ດ້ວຍ​ບັນ​ດາ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​​ໃໝ່​ກ່ຽວ​ກັບ​ການປ້ອງ​ກັນ​ປະ​ເທດ​​ນີ້, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ອາດ​ຈະ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ຂອງ​ທັງ​ເຂດ​ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນ​ມີ​ການ​ພ້ອມ​ກັນ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ.


ຂ່າວ/ບົດ​ອື່ນ