ອາເມລິກາ,ຍີ່ປຸ່ນ,ສ.ເກົາຫຼີເຫັນດີຮ່ວມມືກັນເພື່ອແກ້ໄຂບັນຫາສປປ.ເກົາຫຼີ
(ພາບປະກອບ)
(vovworld) – ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ. ວັນທີ 29/09, ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ໄດ້ມີການເຈລະຈາເພື່ອປຶກສາຫາລືກ່ຽວກັບບັນຫາພາກພື້ນ, ໃນນັ້ນເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງສປປ.ເກົາຫຼີ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ, ທ່ານຈະພ້ອມກັບທ່ານ John Kerry ແລະ ທ່ານ Yun Byung Se ຄູ່ຕຳແໜ່ງອາເມລິກາ ແລະ ສ.ເກົາຫຼີ, ຢືນຢັນຄຳໝັ້ນສັນຍາເພື່ອຮັບມືກັບບັນດາການກະທຳເກາະຜິດຂອງພຽງຢ່າງ ຊຶ່ງອາດຈະເກີດຂຶ້ນໃນອະນາຄົດຄືນໃໝ່. ສ່ວນທ່ານ Yun Byung Se ຖືວ່າ, 3 ປະເທດຕ້ອງສົ່ງສານຢ່າງຈະແຈ້ງ ແລະ ແຂງກະດ້າງເຖິງສປປ.ເກົາຫຼີ ກ່ຽວກັບວິທີສັງເກດ ແລະ ການກະທຳຜິດ.