ອາເມລິກາຍອມຮັບປະສົບກັບຄວາມຫຍຸ້ງຍາກໃນບັ້ນຮົບຕໍ່ສູ້ຕ້ານIS

ອາເມລິກາຍອມຮັບປະສົບກັບຄວາມຫຍຸ້ງຍາກໃນບັ້ນຮົບຕໍ່ສູ້ຕ້ານIS - ảnh 1
(ພາບປະກອບ: baodatviet.vn)

​(vovworld) - ວັນ​ທີ 17/06, ວົງ​ການ​ເຂົ້າ​ໜ້າ​ທີ່​ທຳ​ນຽບ 5 ​ແຈ ຍ້ອມ​ຮັບ​ວ່າ ການ​ຕໍ່ສູ້​ຂອງ​ອາ​ເມ​ລິ​ກາ ຕ້ານກຸ່ມ​​ລັດ​ອິດສະລາມ (IS) ​ອ້າງ​ຊື່​ເອງຢູ່​ອີ​ຣັກ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ກີດຂວາງຫຼາຍ​ຢ່າງ. ​ໃນ​ວາລະ​ອະພິປາຍ​​ວັນ​ທີ 17/06, ຕໍ່​ກຳ​ມະ​ທິການ​ກຳລັງ​ທະຫານ​ສະພາ​ຕໍ່າ​ອາ​ເມລິ​ກາ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດອາ​ເມ​ລິ​ກາ Ashton Carter ​ແລະ ທ່າ​ນປະທາ​ນສະພາ​ເສນາ​ທິການ​ໃຫຍ່​ກອງທັບ​ປະສົມ, ນາຍ​ພົນ Martin Dempsey, ຍອມ​ຮັບ​ວ່າ, ບັ້ນ​ຮົບ​ຕ້ານ​ບັນດາ​ມື​ປືນ​ຫົວ​ຮຸນ​ແຮງ IS ຢູ່​ອີຣັກ ບັນລຸ​ຜະລິດ​ທິຜົນ​ຕໍ່າ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ວໍ​ຊິງຕັນ ບໍ່​ຜັນ​ຂະຫຍາຍ​​ການ​ຊ່ວຍ​​ເຫຼືອອາວຸດ ​ແລະ ຝຶກ​ອົບ​ຮົມ​ໃຫ້​ບັນ​ດາ​ກຳລັງ​ປ້ອງ​ກັນ​ຄວາ​ມສະຫງົບ​ອີຣັກ ຢ່າງ​ໄວ. ສາຍ​ເຫດ​ພື້ນຖານນັ້ນ​ແມ່ນ ບັ້ນ​ຮົບ​ຕ້ານ IS ຂອງ​ອາ​ເມ​ລິ​ກາ ຢູ່​ອີຣັກ ​ແລະ ຊີຣີ ຍັງ​ບໍ່​ທັນ​ມີ​ຍຸດ​ທະ​ສາດ​ຮອບ​ດ້ານ, ຍ້ອນ​ຂາດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຈາກ​ລັດຖະບານ​ອີຣັກ, ​ໃນ​ນັ້ນ​ມີ​ການ​ຄັດ​ເລືອກ​ທະຫານ​ທີ່​ຖື​ສາສະໜາ​ແຕກຕາງ​ກັນ.

ຂ່າວ/ບົດ​ອື່ນ