(vovworld)- ນີ້ແມ່ນໝາກຜົນເບື້ອງຕົ້ນໃນການກວດກາບໍລິຫານຄັ້ງທີ 9 ກ່ຽວກັບອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມ ຊື່ງກະຊວງການຄ້າ ອາເມລິກາ (DOC) ຫາກໍ່ປະກາດ. ຕາມນັ້ນແລ້ວ, ອັດຕາພາສີສະເລ່ຍຂອງການກວດກາຄັ້ງນີ້ລົງຕ່ຳກວ່າຄັ້ງທີ 8 ແມ່ນຢູ່ໃນລະດັບຕ່ຳກວ່າ 1%. ໃນຈຳນວນ 56 ບໍລິສັດສິນໃນນ້ຳຖືກກວດກາໃນຄັ້ງນີ້ ພຽງແຕ່ມີບໍລິສັດດຽວໄດ້ຊົມໃຊ້ອັດຕາພາສີ 0%. ມີ 4 ບໍລິສັດຖືກຈັດວາງອັດຕາພາສີກວ່າ 1% ແລະ ບັນດາບໍລິສັດຍັງເຫລືອລ້ວນແຕ່ຖືກຈັດວາງອັດຕາພາສີ 0,93%. ຄາດວ່າ ເດືອນ 7/2015 ນີ້, ຝ່າຍ ອາເມລິກາ ຈະມີຄຳຕັດສິນສຸດທ້າຍ. ຜູ້ຕາງຫນ້າສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ໃຫ້ຮູ້ວ່າ: ເຖິງວ່າ ນີ້ແມ່ນສັນຍານຕັ້ງຫນ້າເມື່ອທຽບໃສ່ການກວດກາຄັ້ງກ່ອນນີ້ ແຕ່ການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມ ແມ່ນໄຮ້ເຫດຜົນ ແລະ VASEP ຈະສືບຕໍ່ສົ່ງຫນັງສືຄັດຄ້ານຂໍ້ຕົກລົງດັ່ງກ່າວເຖິງ DOC .