(vovworld) - ກະຊວງການຄ້າອາເມລິກາ (DOC) ຫາກໍ່ປະກາດຂໍ້ຕົກລົງໃນເບື້ອງຕົ້ນກ່ຽວກັບເລື່ອງ ດັດປັບອັດຕາພາສີນຳເຂົ້າປາຈາແຊ່ເຢັນຂອງຫວຽດນາມ . ຕາມຂໍ້ຕົກລົງດັ່ງກ່າວ, ເຖິງວ່າອັດຕາພາສີຖືກຫຼຸດລົງແລ້ວກໍ່ຕາມ ແຕ່ຍັງບໍ່ທັນມີຜົນປະໂຫຍດໃຫ້ແກ່ບັນດາວິສາຫະກິດສົ່ງອອກຫວຽດນາມ. ອົງການການຄ້າຫວຽດນາມ ປະຈຳອາເມລິກາ ໃຫ້ຮູ້ວ່າ, ກະຊວງການຄ້າອາເມລິກາ ຈະນຳໃຊ້ລະດັບພາສີແຕ່ 0 ເຖິງ 2,39 USD/ກິໂລກຼາມ ສຳລັບປາຈາຟີເລນຳເຂົ້າຈາກຫວຽດນາມໃນການກວດກາບໍລິຫານຄັ້ງທີ 10 (POR10), ແຕ່ເດືອນ 8/2012 ເຖິງເດືອນ 7/2013. ຕາມອົງການການຄ້າຫວຽດນາມ ປະຈຳອາເມລິກາ ແລ້ວ, ລະດັບພາສີສຳລັບວິສາຫະກິດສົ່ງອອກປາຈາ, ປາບາຊາຂອງຫວຽດນາມ ເວົ້າລວມຍັງບໍ່ທັນເໝາະສົມ ເມື່ອອາເມລິກາສືບຕໍ່ຖືອິນໂດເນເຊຍເປັນພື້ນຖານເພື່ອຄິດໄລ່ອັດຕາບຸບລາຄາ. ໃນການກວດກາຄັ້ງນີ້, ກະຊວງການຄ້າອາເມລິກາ ຕົກລົງເພີ່ມອັດຕາພາສີໃນທົ່ວປະເທດແຕ່ 2,11 USD/ກິໂລກຼາມ ຂຶ້ນເປັນ 2,39 USD/ກິໂລກຼາມ.
ຂໍ້ຕົກລົງດັ່ງກ່າວຍັງບໍ່ທັນມີຜົນສັກສິດຈົນຮອດເວລາມີຂໍ້ຕົກລົງສຸດທ້າຍໄດ້ຮັບການປະກາດໃຊ້. ເປັນອັນວ່າຝ່າຍຕ່າງໆຍັງມີເວລາ 120 ວັນ ເພື່ອພິຈາລະນາ, ຍົກອອກຕົວເລກ ແລະ ຂໍ້ອ້າງອີງ ເພື່ອແນໃສ່ຮຽກຮ້ອງ ກະຊວງການຄ້າອາເມລິກາ ຍົກອອກອັດຕາພາສີທີ່ຮັບປະກັນຄວາມສະເໝີພາບ ແລະ ເໝາະສົມສຳລັບຜະລິດຕະພັນປາເຈຟີເລແຊ່ເຢັນຂອງຫວຽດນາມ.