ອາເມລິການ ແລະ ສປປ ເກົາຫຼີ ດຳເນີນການ ເຈລະຈາ
ທ່ານ Glyn Davies ຕອບສຳພາດຕໍ່ນັກຂ່າວ
(ພາບ: baogialai.vn)
(vovworld) - ວັນທີ 23/2, ບັນດາເຈົ້າໜ້າທີ່ການທູດຂັ້ນສູງຂອງ ສປປ ເກົາຫຼີ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາຢູ່ນະຄອນຫຼວງປັກກິ່ງຂອງປະເທດຈີນ. ນີ້ແມ່ນການເຈລະຈາຄັ້ງທຳອິດລະຫວ່າງ 2 ປະເທດ ນັບຕັ້ງແຕ່ການນຳ ສປປ ເກົາຫຼີ ທ່ານ Kim Jong Il ໄດ້ເຖິງແກ່ມໍລະນະກຳເມືອເດືອນ 12/2011. ຄາດວ່າ 2 ຝ່າຍເຈລະຈາກ່ຽວກັບບັນຫາຫຼຸດຜ່ອນນິວເຄຼຍ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຊ່ວຍເຫຼືອມະນຸດສະທຳ. ນອກນັ້ນ, Washington ກໍວາງຈຸດໝາຍຊອກຫາກາລະໂອກາດເຊື່ອມຕໍ່ການເຈລະຈາ 6 ຝ່າຍ ( ລວມມີ: ຈີນ, ຍີ່ປູ່ນ, ສ. ເກົາຫຼີ, ສປປ ເກົາຫຼີ, ລັດເຊຍ ແລະ ອາເມລິກາ) ກ່ຽວກັບໂຄງການນິວເຄຼຍຂອງພຽງຢາງ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງມາຮອດປັກກິ່ງ; ທ່ານ Glyn Davies, ທູດພິເສດຂອງອາເມລິກາ ສະແດງຄວາມຫວັງບັນດາຝ່າຍສາມາດຊອກຫາມາດຕະການຊຸກຍູ້ວິວັດການເຈລະຈາ 6 ຝ່າຍ.
ໃນຂະນະນັ້ນ, ສຳນັກຂ່າວສານ Yonhap ໃຫ້ຮູ້ວ່າ: ສ. ເກົາຫຼີ ໄດ້ຮັບຮອງເອົາບ້ວງເງິນໜູນຊ່ວຍມະນຸດສະທຳ ຂອງບັນດາອົງການພົນລະເຮືອນທີ່ ສະຫງວນໃຫ້ແກ່ ສປປ ເກົາຫຼີ.