ອາເມລິການຳຫນ້າບັນດາຕະຫລາດນຳເຂົ້າສິນໃນນ້ຳຂອງຫວຽດນາມ
ພາບປະກອບ:internet
|
(vovworld)- ຕາມຕົວເລກຫລ້າສຸດຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມໃຫ້ຮູ້ວ່າ: ມູນຄ່າສົ່ງອອກສິນໃນນ້ຳຂອງຫວຽດນາມໃນເດືອນ 3/2015 ຄາດວ່າບັນລຸ 417 ລ້ານ USD. ໃນຈຳນວນບັນດາຕະຫລາດນຳເຂົ້າສິນໃນນ້ຳຂອງຫວຽດນາມ, ອາເມລິກາ ສືບຕໍ່ແມ່ນຕະຫລາດນຳຫນ້າ, ກວມກວ່າ 18% ຍອດມູນຄ່າກາ ນສົ່ງອອກ. ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ, ມີສັນຍານທີ່ເປັນຫນ້າຊື່ນຊົມໃຫ້ແກ່ການສົ່ງອອກກຸ້ງຂອງຫວຽດນາມເຂົ້າຕະຫລາດອາເມລິກາ ນັ້ນແມ່ນ ໝາກຜົນເບື້ອງຕົ້ນໃນການພິຈາລະນາບໍລິຫານພາສີຕ້ານການຂາຍບຸບລາຄາໄລຍະຫລ້າສຸດ ດ້ວຍອັດຕາພາສີຫລຸດລົງຢ່າງແຮງໃຫ້ແກ່ບັນດາວິສາຫະກິດສົ່ງອອກກຸ້ງຂອງຫວຽດນາມ. ຄຽງຄູ່ກັນນັ້ນ ຄ່າສະກຸນເງິນໂດລາສະຫະລັດສືບຕໍ່ເພີ່ມຂຶ້ນ ສະນັ້ນ ນີ້ແມ່ນກາລະໂອກາດທີ່ດີເພື່ອຍູ້ແຮງການສົ່ງອອກໄປຍັງຕະຫລາດອາເມລິກາ.