ອາເມລິກາບໍ່ແກ້ໄຂບັນຫານິວເຄຼຍອີຣານດ້ວຍມາດຕະການການທະຫານ

ອາເມລິກາບໍ່ແກ້ໄຂບັນຫານິວເຄຼຍອີຣານດ້ວຍມາດຕະການການທະຫານ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 1/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຖະ​ແຫຼງ​ອາດ​ຈະ​ສືບ​ຕໍ່​ເຮັດ​ໃຫ້​ພັນ​ທະ​ມິດ ອິດ​ສະ​ຣາ​ແອນ ເສຍ​ໃຈ ​ແລະ ທ່ານຢັ້ງ​ຢືນວ່າ: ​ວໍ​ຊິງ​ຕັນ​ຈະ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​​ຜ່ານ​ການ​ເຈ​ລະ​ຈາ, ຫາກບໍ່​ແມ່ນ​ການ​ກະ​ທຳ​​ດ້ານການ​ທະ​ຫານ​ເພື່ອ​ສະ​ກັດ​ກັ້ນ​ເລື່ອງ ອີ​ຣານ ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ. ຄຳ​ເຫັນ​ຂອງ​ທ່ານ Obama ໃຫ້​ຮູ້​ວ່າ: ໂດຍ​ອີງ​ໃສ່​ສະ​ພາບ​ການ​ຕົວ​ຈິງ, ບັນ​ດາຫຼັກ​ຖານ ແລະ ການ​ໄຈ້​ແຍກ​ສະ​ພາບ​ການ, ທ​ຳ​ນຽບ​ຂາວ ໄດ້​ສະ​ຫລຸບ​ວ່າ: ວິ​ທີ​ດີ​ທີ່​ສຸດ​ເພື່ອ​ສະ​ກັດ​ກັ້ນບໍ່​ໃຫ້ ອີ​ຣານ ກຳ​ມະ​ສິດ​​ອາ​ວຸດນິວ​ເຄຼຍ ​ບັນ​ດາ​ຝ່າຍ​ເລື່ອງບ​ັນ​ລຸ​ໄດ້​ຂໍ້​ຕົກ​ລົງ​​ຢ່າງແໜ້ນ​ແຟ້ນ ແລະ ອາດ​ຈະ​ກວດ​ກາ​ໄດ້. ທ່ານ​ປະ​ທ​າ​ນາ​ທິ​ບໍ​ດີ Obama ຊີ້​ແຈ້ງວ່າ: “ມາດ​ຕະ​ການ​ດ້ານ​ການ​ທະ​ຫານ​ຈະ​ບໍ່​ແກ້​ໄຂ​ບັນ​ຫາ​ໄດ້. ນັບ​ທັງ​ເມື່ອ ອາ​ເມ​ລິ​ກາ ເຂົ້າ​ຮ່ວມບັ້ນ​ຮົ​ບ, ການ​​ກະ​ທຳນັ້ນ​ພຽງ​​ແຕ່ເຮັດ​ໃຫ້​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ຊັກ​ຊ້າ​ລົງ​​ຊົ່ວ​ຄາວເທົ່າ​ນັ້ນ ຫາກບໍ່​ສາ​ມາດ​ລົບ​ລ້າງ​ໂຄງ​ການນີ້​ໄດ້.” ເມື່ອ​​ຖືກຖາ​ມ​ວ່າ ທຳ​ນຽບ​ຂ່າວ​​ຈະມີ​ປະ​ຕິ​ກິ​ລິ​ຍາ​ຄື​ແນວ​ໃດ​ຖ້າ​ຫາກ ອິດ​ສະ​ຣາ​ແອນ ປຸກ​ລະ​ດົມ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​​ໃສ່ ອີ​ຣານ ແຕ່​ບໍ​່​ປະ​ກາດ​​ໃຫ້ ວໍ​ຊິງ​ຕັນ ຊາບທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໃຫ້​ຮູ້​ວ່າ: ທ່ານບໍ່​ຄິດ​ເຖິງ​ກໍ​ລະ​ນີນີ້.


ຂ່າວ/ບົດ​ອື່ນ