ອາເມລິກາປະກາດຍຸດທະສາດການທະຫານແຫ່ງຊາດປີ2015

ອາເມລິກາປະກາດຍຸດທະສາດການທະຫານແຫ່ງຊາດປີ2015 - ảnh 1
(ພາບປະກອບ: baodientu.chinhphu.vn)

(vovworld) – ວັນ​ທີ 1/7, ທຳນຽບ 5 ​ແຈ​ໄດ້​ປະກາດ​ຍຸດ​ທະ​ສາດ​ການ​ທະຫານ​ແຫ່ງ​ຊາດ​ປີ 2015, ກຳນົດ​ທິດ​ບັນດາ​ມາດ​ຕະການ ​ແລະ ວິທີ​ ​ເຊິ່ງ​ກອງທັບປະ​ເທດ​ນີ້ຈະ​ນຳ​ໃຊ້ ​ເພື່ອ​ຮັກສາ ​ແລະ ຊຸກຍູ້​ບັນດາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ ອາ​ເມ​ລິ​ກາ. ​ຍຸດ​ທະ​ສາດ​ການ​ທະຫານ​ແຫ່ງ​ຊາດ​ປີ 2015 ​ໂດຍ​​ປະທານ​ສະພາ​ເສນາ​ທິການ​ໃຫຍ່​ທະຫານ​ປະສົມ​ອາ​ເມ​ລິ​ກາ ທ່ານ​ນາຍ​ພົນ Martin Dempsey  ປະກາດ​. ​ໃນ​ຍຸດ​ທະ​ສາດດັ່ງກ່າວ, ອາ​ເມ​ລິ​ກາ ວິຕົກ​ກັງວົນ​ຕໍ່​ເລ​ື່ອງຈີນ ກໍ່ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຖື​ວ່າ:​ ​ການ​ເຄື່ອນ​ໄຫວນີ້​ພວມ​ເຮັດ​ໃຫ້​ສະພາບ​ການ​ຢູ່​ພາກ​ພື້ນ​ອາຊີ -​ ປາຊີ​ຟິກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ຍຸດ​ທະ​ສາດ​ໃໝ່​ກໍ​ເໜັ້ນໜັກ​ວ່າ: ກອງທັບ​ອາ​ເມ​ລິ​ກາ ຄວນກຽມພ້ອມ​ຮັບ​ມື​ກັບບັນດາ​ອົງການ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ, ພິ​ເສດ​ແມ່ນ​ກຸ່ມ​ປະກອບ​ອາວຸດ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ອີຣັກ ​ແລະ ຊີຣີ.

ຂ່າວ/ບົດ​ອື່ນ