ອາເມລິກາມີຄວາມວິຕົກວັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງໃໝ່ຢູ່ຢູແກຼນຕາເວັນອອກ

ອາເມລິກາມີຄວາມວິຕົກວັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງໃໝ່ຢູ່ຢູແກຼນຕາເວັນອອກ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama
(ພາບ: maltatoday.com)

(vovworld) - ວັນ​ທີ 5/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ຄ​ູ່​ຕຳ​ແໜ່ງ ຢູ​ແກຼນ Petro Poroshenko ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ເພີ່ມ​ຂຶ້ນ​ລະ​ຫວ່າງກອງ​ທັບ​ລັດ​ຖະ​ບານ ແລະ ກຳ​ລັງ​ທ​ວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຂອງ ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິ​ນ​ອັນ​ຄົບ​ຖ້ວນ​ຂອງ ຢູ​ແກຼນ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​​ເພື່ອໜູນ​ຊ່ວຍ​ ຢູ​ແກຼນ ໃນ​ພາ​ລະ​ກິດ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ກໍ່​ຄື​ຊຸກ​ຍູ້​ມາດ​ຕະ​ການ​ກາ​ນ​ທູດ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. ການ​ກະ​ທຳ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ອັນ​ດັບ​ໜຶ່ງ (G7) ໃນ​ວັນ​ທີ 7 – 8/6, ຢູ່ ເຢຍ​ລະ​ມັນ, ບ່ອນ​ທີ່​ບັນ​ດາ​ການ​ນຳ​ຄາດ​ວ່າ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ປ​ະ​ເທດ ເອີ​ລົບ​ຕາ​ເວັນ​ອອກນີ້.


ຂ່າວ/ບົດ​ອື່ນ