ເຫດການວາງລະເບີດດັ່ງກ່າວໄດ້ເຮັດໃຫ້ 3 ຄົນເສຍຊີວິດ ແລະ ປະມານ 180 ຄົນຖືກບາດເຈັບ
ພາບ:internet
|
(vovworld)- ຕາມຂ່າວຄາວຫລ້າສຸດຈາກບັນດານັກສືບສວນອາເມລິກາແລ້ວ, ຫນຶ່ງໃນບັນດາອຸປະກອນລະເບີດໃນເຫດວາງລະເບີດເປັນສອງຄັ້ງຢູ່ນະຄອນ Boston ລັດ Massachusett ເມື່ອຕອນບ່າຍວັນທີ 15/4 ແມ່ນຖືກຕັ້ງໃນໝໍ້ໃຊ້ຄວາມດັນ ແລະ ຕັ້ງເວລາໃຫ້ລະເບີດ. ມາຮອດຈຸດເວລານີ້ ເຫດການວາງລະເບີດດັ່ງກ່າວໄດ້ເຮັດໃຫ້ 3 ຄົນເສຍຊີວິດ ແລະ ປະມານ 180 ຄົນຖືກບາດເຈັບ. ກ່າວຄຳເຫັນທີ່ການປະຊຸມຂ່າວກັບບັນດາເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບແຫ່ງຊາດໃນຕອນເຊົ້າວັນທີ 16/4 ຕາມເວລາທ້ອງຖິ່ນ, ປະທານາທິບໍດີ ອາເມລິກາ Barack Obama ໄດ້ຍອມຮັບວ່າ: ບັນດານັກສືບສວນບໍ່ທັນຮູ້ໄດ້ວ່າ ເຫດການວາງລະເບີດດັ່ງກ່າວແມ່ນອົງການກໍ່ການຮ້າຍຫລືບຸກຄົນໃດຫນຶ່ງບໍ່ພໍໃຈຕໍ່ລະບອບກໍ່ຂຶ້ນ. ທ່ານ Rick DesLauriers ນັກສືບສວນຊັ້ນນຳຂອງກົມສືບສວນສະຫະລັດ (FBI) ຖະແຫລງວ່າ:
“ນີ້ແມ່ນການສືບສວນມີຂອບຂະຫນາດທົ່ວໂລກ. ພວກຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ໄປຊອກຫາຕົວການຢູ່ທຸກແຫ່ງ ເພື່ອນຳຜູ້ມີການກະທຳໂຫດຮ້າຍສາມານຂຶ້ນສານພິພາກສາ.”
ປະຈຸບັນ ກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ອາເມລິກາ, ໃນນັ້ນນະຄອນຫລວງ Washington DC ພວມຢູ່ໃນສະພາວະເຕືອນໄພສູງສຸດ.
ໃນຂະນະນັ້ນ ບັນດາການນຳເອີລົບ ໄດ້ພ້ອມກັນກ່າວປະນາມການກະທຳກໍ່ການຮ້າຍດັ່ງກ່າວ ພ້ອມທັງສະແດງຄວາມປາດຖະຫນາ ຊາວນະຄອນ Boston ທຸກຄົນຈະສາມັກຄີກັນເພື່ອຜ່ານຜ່າໄລຍະຫຍຸ້ງຍາກນີ້.