ທ່ານ Sergei Lavrov ແລະ ທ່ານ Rex Tillerson
|
(vovworld) - ວັນທີ 16/2, ໃນການພົບປະກັບທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ຢູ່ນະຄອນ Bonn ຂອງເຢຍລະມັນ, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໄດ້ຖະແຫຼງວ່າ: ວໍຊິງຕັນ ພ້ອມແລ້ວທີ່ຈະຮ່ວມມືກັບ ມົດສະກູ ໃນບັນດາຂົງເຂດທີ່່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນີ້ກໍ່ແມ່ນການພົບປະໂດຍກົງຂັ້ນສູງສຸດລະຫວ່າງ ອາເມລິກາ ແລະ ລັດເຊຍ ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດເມື່ອວັນທີ 20/1 ຜ່ານມາ. ກໍ່ທີ່ການພົບປະນີ້, ຫົວໜ້າຂະແໜງການທູດ ອາເມລິກາ ໄດ້ຕັກເຕືອນ ລັດເຊຍ ກ່ຽວກັບບັນດາຂໍ້ຕົກລົງ Minsk ທີ່ກ່ຽວຂ້ອງເຖິງບັນຫາ ຢູແກຼນ. ຕາມທ່ານແລ້ວ, ໃນສະພາບການບັນດາຝ່າຍພວມຊອກຫາພື້ນຖານລວມໃໝ່, ສິ່ງຈຳເປັນແມ່ນເຄົາລົບບັນດາຄຳໝັ້ນສັນຍາສຳລັບບັນດາຂໍ້ຕົກລົງ Minsk, ພ້ອມທັງມານະພະຍາຍາມຫລຸດຜ່ອນສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດຂອງ ຢູແກຼນ.