ອາເມລິກາ,ລັດເຊຍຊອກຫາມາດຕະການຟື້ນຟູແຜນການສັນຕິພາບຢູ່ຊີຣີ

ອາເມລິກາ,ລັດເຊຍຊອກຫາມາດຕະການຟື້ນຟູແຜນການສັນຕິພາບຢູ່ຊີຣີ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov
ແລະ ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
ພາບ:internet​

(vovworld)-ວັນ​ທີ 23/4, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​​ໄດ້​ເຫັນ​ດີ​ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​ຟື້ນ​ຟູ​ແຜນການ​ສັນຕິພາບ​ໃຫ້​ແກ່​ຊີຣີ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ແລະ ບັນດາ​ຄູ່​ຕຳ​ແຫນ່​ງບັນດາ​ປະ​ເທດ NATO ຢູ່ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໃຫ້​ຮູ້​ວ່າ: ທ່ານ​ພ້ອມ​ກັບ​ທ່ານ Lavrov ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ຟື້ນ​ຟູ​ແຜນການ​ສັນຕິພາບ​​ໃຫ້​ແກ່​ຊີຣີ ຊື່​ງບັນດາ​ຝ່າຍ​ໄດ້​ເຫັນ​ດີ​ເມື່ອ​ເດືອນ 6 ປີ​ກາຍ ຢຸູ່​ເຊີ​ແນວ​ປະ​ເທດ​ສະ​ວິດ. ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ແຜນການ​ນີ້​ແມ່ນ​ຮຽກຮ້ອງ​ການ​ມອບ​ໂອນ​ສິດ​ອຳນາດ​ໃນ​ຄວາມ​ສັນ​ຕິ​ພາບ ​ແລະ ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ຢູ່​ຊີຣີ. ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ SANA ຂອງ​ຊີຣີ ​ໄດ້​ໃຫ້​ຂ່າວ​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ໄດ້​ຍື່ນ​ສະ​ເຫ​ນີຈົດໝາຍ​ສະບັບ​ຫນຶ່ງ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ສປຊ, ​ໃນ​ນັ້ນ​ກ່າວ​ຫາ​ຄຳ​ຕັດສິນ​ຫລຸດຜ່ອນ​ຄຳ​ສັ່ງ​ຂວ້ຳ​ບາດ​ ນ້ຳມັນສຳລັບ​ຊີຣີຂອງ ອີ​ຢູ ​ແມ່ນ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ສົ່ງ​ນ້ຳມັນ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ