ອາເມລິກາລາຕິນມີ ຫຼັກຖານກ່ຽວກັບ ໂຄງການຕິດຕາມກວດກາ ຂອງອາເມລິກາ

ອາເມລິກາລາຕິນມີ ຫຼັກຖານກ່ຽວກັບ ໂຄງການຕິດຕາມກວດກາ ຂອງອາເມລິກາ - ảnh 1
(ພາບປະກອບ)

(vovworld)-  ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ອາ​ເມ​ລິ​ກາ-​ອາ​ເມ​ລິ​ກາ​ລາ​ຕິນ ຕໍ່ການ​ເຜີຍ​ລັບ​ກ່ຽວ​ກັບ​ໂຄງການ​ສອດ​ແນມ​ຂອງ​ວໍ​ຊິງ​ຕັນ ຍັງ​ບໍ່​ທັນ​ມີ​ສັນຍານ​ຫລຸດ​ລົງ ຂະນະ​ທີ່​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັກ​ຊັງ​ຕິນ Hector Timerman ຊີ້​ແຈງ​ວ່າ: ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ ມີ​ຫຼັກ​ຖານ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ​ ຕິດຕາມ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ຕົນ​ໂດຍ​ປິດ​ລັບ. ທ່ານ​ໃຫ້​ຮູ້​ວ່າ: ທ່ານ​ໄດ້​ຮັບ​ບັນຊີ​ລາຍ​ຊື່​ພົນລະ​ເມືອງ​ອັກ​ຊັງ​ຕິນກ່ວາ 100 ຄົນ​ຖືກ​ອາ​ເມ​ລິ​ກາ ​ສອດ​ແນມ, ​ໃນ​ນັ້ນມີ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ອັກ​ຊິງ​ຕິນ ຫຼາຍ​ທ່ານ.

   ​ໃນ​ຂະນະ​ນັ້ນ, Edward Snowden, ອະດີດ​ພາລະ​ກອນ​ອົງການສືບ​ລາຊະການ​ລັບ​ສູນ​ກາງອາ​ເມ​ລິ​ກາ ​ຍັງ​ຖືກ​ຄ້າງ​ໄວ້​ຢູ່​ສະໜາມ​ບິນ Sheremetyevo ຢູ່​ນະຄອນຫຼວງ​ມົດ​ສະ​ກູ ປະ​ເທດ​ລັດ​ເຊຍ ນັບ​ແຕ່​ວັນ​ທີ 23/6. ​ເຖິງ​ວ່າ, ​ໂບລີ​ວີ​ອາ, ​ເວ​ເນ​ຊູ​ເອລາ ​ແລະ ນີກາຣາກວາ ຕົກລົງ​ອອກ​ຂໍ້​ກຳນົດ​ລົບ​ໄພ​ມະນຸດສະທຳ​ກໍ່ຕາມ ​ແຕ່​ບຸກຄົນ​ນີ້​ກໍ່​ຍັງ​ບໍ່​ທັນ​ເດີນ​ທ່າ​ງ​ໄປ​ເຖິງ “ຈຸດ​ນັດ​ພົບ​ທີ່​ປອດ​ໄພ“ ສຸດ​ທ້າ​ຍ ຍ້ອນ​ບໍ່​ທັນ​ມີ​ໜັງສື​ຢ່າງ​ພຽງພໍ.

 

 

 

 

 

 

ຂ່າວ/ບົດ​ອື່ນ