ອາເມລິກາ,ສິງກະໂປຢັ້ງຢືນການພົວພັນຄູ່ຮ່ວມມືຕໍ່ໜ້າການທ້າທາຍດ້ານປ້ອງກັນຄວາມສະຫງົບໃນການເດີນເຮືອ ວັນສຸກ ທີ 10 ມິຖຸນາ ຄ.ສ. 2016 | 15:35:23 ທ່ານ Vivian Balakrishnan ແລະ ທ່ານນາງ Susan Rice (ພາບ: whitehouse.gov) (vovworld) – ວັນທີ 9/6, ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ: ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ທ່ານນາງ Susan Rice ໄດ້ໃຫ້ການຕ້ອນຮັບທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດ ສິງກະໂປ ຢູ່ທຳນຽບຂາວເພື່ອປຶກສາຫາລືກ່ຽວກັບການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດໃນການຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ ແລະ ຢູ່ໃນໂລກ, ໃນນັ້ນມີການທ້າທາຍດ້ານປ້ອງກັນຄວາມສະຫງົບຢູ່ທະເລຕາເວັນອອກ. ທີ່ການພົບປະ, ທ່ານນາງ Susan Rice ແລະ ທ່ານ Balakrishnan ໄດ້ປຶກສາຫາລືກ່ຽວກັບບັນດາການທ້າທາຍຄື: ຄວາມສະຫງົບໃນການເດີນເຮືອຢູ່ທະເລຕາເວັນອອກ, ການປະເຊີນໜ້າກັບໄພນາບຂູ່ຂອງລັດທິກໍ່ການຮ້າຍ ແລະ ຊຸກຍູ້ຄວາມວັດທະນາຖາວອນຜ່ານການເພີ່ມທະວີການພົວພັນດ້ານການຄ້າ. ທ່ານນາງ Rice ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງຂອງ ອາເມລິກາ ທີ່ສືບຕໍ່ສວມບົດບາດອັນຍາວນານຢູ່ພາກພື້ນ ອາຊີ - ປາຊີຟິກ ດ້ວຍການເພີ່ມທະວີການພົວພັນລະຫວ່າງ ວໍຊິງຕັນ ກັບບັນດາຄູ່ຮ່ວມມືຫຼັກແຫຼ່ງຄືສິງກະໂປ ແລະ ອາຊຽນ ຜ່ານຍຸດທະສາດຂອງອຳນາດການປົກຄອງຂອງທ່ານ Barack Obama ເພື່ອສ້າງຄວາມດຸ່ນດຽງຄືນໃໝ່ຢູ່ພາກພື້ນນີ້. ເຈົ້າໜ້າທີ່ 2 ທ່ານກໍ່ແລກປ່ຽນກ່ຽວກັບຜົນປະໂຫຍດດ້ານເສດຖະກິດ ແລະ ຍຸດທະສາດຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP). 2 ຝ່າຍຢັ້ງຢືນຄືນໃໝ່ບັນດາຜົນປະໂຫຍດຍືນຍົງຂອງການພົວພັນທາງດ້ວຍການທູດ ອາເມລິກາ - ສິງກະໂປໃນ 50 ປີຜ່ານມາ, ພ້ອມທັງຮັບຮູ້ວ່າ: ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຈະມີການຢ້ຽມຢາມທຳນຽບຂາວຢ່າງເປັນທາງການໃນວັນທີ 2/8 ຈະມາເຖິງ. Tag vovworld Susan Rice ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ