ອາເມລິກາສະເໜີໃຫ້ສປປ.ເກົາຫຼີປອດນິວເຄຼຍກ່ອນທີ່ຖະແຫຼງສິ້ນສຸດສົງຄາມ

(VOVWORLD) -ວັນທີ 29 ຕຸລາ, ທູດພິເສດກ່ຽວກັບບັນຫາສປປ.ເກົາຫຼີ ຂອງອາເມລິກາ ທ່ານ Stephen Biegun ຢືນຢັນວ່າ, 

ອາເມລິກາສະເໜີໃຫ້ສປປ.ເກົາຫຼີປອດນິວເຄຼຍກ່ອນທີ່ຖະແຫຼງສິ້ນສຸດສົງຄາມ - ảnh 1ທູດພິເສດກ່ຽວກັບບັນຫາສປປ.ເກົາຫຼີ ຂອງອາເມລິກາ ທ່ານ Stephen Biegun

(ພາບ: AFP/TTXVN)

ສປປ.ເກົາຫຼີ ຕ້ອງມີບາດກ້າວເດີນເພື່ອພິສູດໃຫ້ເຫັນການປອດນິວເຄຼຍ ກ່ອນທີ່ບັນລຸໄດ້ເປົ້າໝາຍລວມແມ່ນຢຸດຕິສົງຄາມເກົາຫຼີ 1950 – 1953 ຢ່າງເປັນທາງການ. ສປປ.ເກົາຫຼີ ແລະ ອາເມລິກາ ພວມມີຄວາມບໍ່ລົງລອຍກັນກ່ຽວກັບເລື່ອງ ສປປ.ເກົາຫຼີ ຕ້ອງປອດນິວເຄຼຍກ່ອນ ຫຼື ຖະແຫຼງຢຸດຕິສົງຄາມກ່ອນ. ອາເມລິກາ ແລະ ສປປ.ເກົາຫຼີ ພວມສົມທົບກັນຊອກຫາມາດຕະການແກ້ໄຂໃໝ່ ເພື່ອແນໃສ່ຊອກຫາວິທີແກ້ໄຂສະພາບບໍ່ມີທາງອອກໃນບັນຫາເຈລະຈາກ່ຽວກັບນິວເຄຼຍກັບສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ