ອາເມລິກາສະໜອງອາວຸດໃຫ້ກຳລັງຊາວKurdຢູ່Kobane

ອາເມລິກາສະໜອງອາວຸດໃຫ້ກຳລັງຊາວKurdຢູ່Kobane - ảnh 1
Kobane ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສຳພັນ​ທະ​ມິດ​ສາ​ກົນເມື່ອ​ວັນ​ທີ 18/10
(ພາບ:
Reuters)

(vovworld) - ເພື່ອ​ແນ​ໃສ່​ໜູນ​ຊ່ວຍບັ້ນ​ຮົບ​ທາງ​ບົກ​ຕ້ານ​ບັນ​ດາ​ມື​ປືນ​ຂຶ້ນ​ກັບ “ລັດ​ອິດ​ສະ​ລາມ” (IS) ​ໂດຍ​ຂະ​ໜານ​ນາມ​ເອງ, ກອງ​ບັນ​ຊາ​ການ​ສູນ​ກາງ ອາ​ເມ​ລິ​ກາ (CENTCOM) ປະ​ກາດ​ວ່າ​ກອງ​ທັບ​ປະ​ເທດນີ້​ໄດ້​ສະ​ໜອງ​ອາ​ວຸດ ແລະ ຢຸກ​ຢາ​ໃຫ້​ແກ່​ກຳ​ລັງ​ຊາວ Kurd ຢູ່​ນະ​ຄອນ Kobane, ​ສະ​ຖານ​ທີ່ພວມ​ເກີດ​ການ​ປະ​ທະ​ກັນ​ຂອງ ຊີ​ຣີ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ CENTCOM ຍອມ​ຮັບ​ວ່າ: ເຮືອ​ບິນຂົນ​ສົ່ງ 3 ລຳ C -130 ຂອງ​​ກອງ​ທັບ​ອາ​ກາດ ອາ​ເມ​ລິ​ກາ ໄດ້​​ຫວ່ານ​ສິນ​ຄ້າຫຼາຍ​ຄັ້ງ​ລົງ​ເຂດ​ອ້ອມ​ແອ້ມ Kobane, ໃນ​ນັ້ນ​ມີ​ບັນ​ດາ​ອາ​ວຸດ​ປະ​ເພດ​ເບົາ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ຊາວ Kurd ຢູ່ ອີ​ຣັກ ສະ​ໜອງ. ຕາມ CENTCOM ແລ້ວ, ການ​ເຄື່ອນ​ໄຫວນີ້ “ເພື່ອ​ແນ​ໃສ່​ຮັກ​ສາ​ຄວາມ​ສາ​ມາດ​ສູ້​ຮົບຂອງ​ກຳ​ລັງ​ຊາວ Kurd ຕໍ່​ບັນ​ດາ​ກົນ​ອຸ​ບາຍ​ເພື່ອ​ຍາດ​ເອົາ​ສິດ​ຄວບ​ຄຸມ Kobane ຂອງ IS”.

        ໃນ​ຂະ​ນະ​ນັ້ນ, ເນື່ອງ​ໃນ​ການ​ຢ້ຽມ​ຢາມ ອີນ​ໂດ​ເນ​ເຊຍ ເຂົ້າ​ຮ່ວມ​ພິ​ທີ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joko Widodo, ວັນ​ທີ 20/10, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ເພື່ອ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດນີ້​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າ​ກ່​ວາ​​ໃນ​ບັ້​ນ​ຮົບ​ຕ້ານ​ກຸ່ມ “ລັດ​ອິດ​ສະ​ລາມ” (IS) ​ໂດຍ​ຂະ​ໜານ​ນາມ​ເອງ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່ ອີ​ຣັກ ແລະ ຊີ​ຣີ.


ຂ່າວ/ບົດ​ອື່ນ