ອາເມລິກາ-ສ.ເກົາຫຼີເລີ່ມຕົ້ນການເຈລະຈາກ່ຽວກັບເລື່ອງມອບທີ່ດິນເພື່ອຜັນຂະຫຍາຍ THAAD ຢ່າງເປັນທາງການ

ອາເມລິກາ-ສ.ເກົາຫຼີເລີ່ມຕົ້ນການເຈລະຈາກ່ຽວກັບເລື່ອງມອບທີ່ດິນເພື່ອຜັນຂະຫຍາຍ THAAD ຢ່າງເປັນທາງການ - ảnh 1
ອາ​ເມ​ລິ​ກາ-ສ.ເກົາ​ຫຼີ​ເລີ່ມ​​ຕົ້ນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​​ເລື່ອງ
​​​ມອບທີ່​ດິ​ນ​ເພື່ອ​ຜັນ​ຂະ​ຫຍາຍ THAAD ຢ່າງ​ເປັນ​ທາງ​ການ
(ພາບ: AFP/TTXVN)


(vovworld) - ວັນ​ທີ 02/03, ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ ເລີ່ມ​​ຕົ້ນການ​ເຈ​ລະ​ຈາ ເພື່ອ​ເປັນ​ເອ​ກະ​ພາບ​ບັນ​ດາ​ຂໍ້​ມາດ​ຕາ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ລະ​ດັບສູງ​​ໄລ​ຍະສຸດ​ທ້າຍ (THAAD) ຂອງ​ອາ​ເມ​ລິ​ກາ ຢູ່​ສ.ເກົາ​ຫຼີ. ກ່າ​ວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ Cho June-hyuck ໃຫ້​ຮູ້​ວ່າ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ ແລະ ບັນ​ດາ​ກຳ​ລັງ​ອາ​ເມ​ລິ​ກາ ຢູ່​ສ.ເກົາ​ຫຼີ ເລີ່ມ​ຕົ້ນ​ການ​​ເຈ​ລະ​ຈາກ່ຽວ​ກັບ​​ເລື່ອງ​ມອບ​ທີ່​ດິນ​ເພື່ອ​ຜັນ​ຂະ​ຫຍາຍ THAAD, ເໝາະ​ສົມ​ກັບ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດກົດ​ລະ​ບ​ຽບ​ສຳ​ລັບ​ບັນ​ດາ​ກຳ​ລັງ​ອາ​ເມ​ລິ​ກາ (SOFA) ເຊິ່ງ 2 ປະ​ເທດ​ໄດ້​ລົງ​ນາມ. ບັນ​ດາ​ການ​ເຈ​ລະ​ຈາ​ຈະ​ຖືກ​ດຳ​ເນີນ​ເປັນ​ຫຼາຍ​ໄລ​ຍະ, ໃນ​ນັ້ນ​ມີ​ຂອດ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ກະ​ທົບ​​ເຖິງ​ສິ່ງ​ແວດ​ລ້ອມ. ຈຸດ​ເວ​ລາ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຈະ​ອີງ​ໃສ່​ການ​ຜັນ​ແ​ປ​ຂອງວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ.

ຂ່າວ/ບົດ​ອື່ນ