ອາເມລິກາ-ຫວຽດນາມເພີ່ມທະວີການພົວພັນຜ່ານພິທີມອບຮັບວັດຖຸພັນສົງຄາມ
(ພາບປະກອບ: TTXVN)
(vovworld) - ທ່ານຮອງຜູ້ອຳນວຍການອົງການຊອກຫາສະເລີຍເສິກ ແລະ ຄົນຫາຍສາບສູນຂອງກະຊວງປ້ອງກັນປະເທດອາເມລິກາ (DPAA), ພົນຕີ Mark Spindler, ວັນທີ 16/02 ໄດ້ມີການພົບປະກັບຫົວໜ້າຫ້ອງການຊອກຫາຄົນຫາຍສາບສູນຫວຽດນາມ (VNOSMP), ທ່ານເອກອັກຄະລັດຖະທູດ ເລແທງຕຸ່ງ ຢູ່ຫ້ອງການກະຊວງປ້ອງກັນປະເທດ, ທີ່ຮ່າໂນ້ຍ. ສິ້ນສຸດກອງປະຊຸມ, VNOSMP ໄດ້ມອບວັດຖຸພັນທີ່ໄດ້ວາງສະແດງຢູ່ຫໍພິພິດຕະພັນກ່ຽວຂ້ອງນັກໂທດໃນປາງສົງຄາມ/ຄົນຫາຍສາບສູນໃນການໄປປະຕິບັດງານ (POW/MIA) ໃຫ້ DPAA. ພົນຕີ Mark Spindler ໄດ້ຮັບວັດຖຸພັນ ແລະ ຝາກຄຳຂອບອົກຂອບໃຈເປັນພິເສດເຖິງປະຊາຊົນ ແລະ ລັດຖະບານຫວຽດນາມ. ທ່ານໄດ້ຂອບໃຈ VNOSMP ກ່ຽວກັບບັນດາຄຳໝັ້ນສັນຍາຂອງຫ້ອງການ, ຄວາມສຸດຈິດສຸດໃຈ ແລະ ບັນດາການໜູນຊ່ວຍໃຫ້ແກ່ຄວາມມານະພະຍາຍາມລວມ ເພື່ອສ້າງສະຖິຕິຢ່າງຄົບຖ້ວນທີ່ສຸດສຳລັບຊາວອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ. DPAA ຫວັງວ່າ ການພົວພັນຮ່ວມມືກັບ VNOSMP ຈະບັນລຸໄດ້ຜົນງານຫຼາຍຢ່າງກວ່າ ເພື່ອຈຸດປະສົງປະຕິບັດບັນດາພາລະກຳມະນຸດສະທຳຂອງຕົນ.