ອາເມລິກາອະນຸມັດຜ່ານບັນດາມາດຕະການລົງໂທດໃໝ່ແກ່ອີຮານ

ອາເມລິກາອະນຸມັດຜ່ານບັນດາມາດຕະການລົງໂທດໃໝ່ແກ່ອີຮານ - ảnh 1

ພາບປະກອບ 

(vovworld) - ວັນ​ທີ 30/11, ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເປີດ​ກວ້າງ​ຄຳ​ສັ່ງ​ລົງ​ໂທດ ທີ່​ເລັ່ງ​ໃສ່​ຂົງ​ເຂດ​ພະລັງງານ ​ແລະ ຂົນ​ສົ່ງ​ທາງ​ທະ​ເລ​ຂອງ ອີ​ຮານ ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ໃນ​ທົ່ວ​ໂລກ. ນີ້​ແມ່ນ​ການ​ລົງ​ໂທດ​ທີ 3 ​ເຊິ່ງອາ​ເມ​ລິ​ກາ​ໄດ້​ນຳ​ໃຊ້​ໃນ​ປີ​ນີ້ ​ເພື່ອ​ແນ​ໃສ່​ກໍ່​ຄວາມດັນ​ສຳ​ຫຼັບ​ໂຄງການ​ນິວຄະ​ເລຍ​ຂອງ​ອີ​ຮານ. ຕາມ​ນັ້ນ​ແລ້ວ, ອາ​ເມ​ລິ​ກາ​ຈະ​ນຳ​ໃຊ້​ຄຳ​ສັ່ງ​ລົງ​ໂທ​ດທີ່​ມີ​ຕໍ່​ບັນດາ​ທະນາຄານ​ຕ່າງປະ​ເທດ​ມີ​ການ​ພົວພັນ, ທຳ​ມາ​ຫາ​ກິນ​ກັບ​ອີ​ຮານ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ ​ເຊິ່ງອາ​ເມ​ລິ​ກາ​ຖື​ວ່າ ມີ​ຄວາມ​ສາມາດ​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອີ​ຮານ​ບົນ​ເສັ້ນທາງ​ກ້າວ​ໄປ​ເຖິງ​ອາວຸດ​ນິວຄະ​ເລ​ຍຄື ການ​ຂົນ​ສົ່ງ, ການ​ຕໍ່​ກຳ່​ປັ່ນ ​ແລະ ພະລັງງານ. ມາດ​ຕະການ​ລົງ​ໂທດ​ນີ້​ກໍ່​ເລັ່ງ​ໃສ່​ບັນດາ​ອົງການ​ຈັດ​ຕັ້ງ, ​ແລະ ສ່ວນ​ບຸກຄົນ​ໃດ ທີ່​ດຳ​ເນີນ​ການ​ທຸລະ​ກຳ​ດ້ານ​ການ​ເງິນ​ກັບ​ລັດຖະບານ​ອີ​ຮານ ກໍ່​ຄື​ທຸລະ​ກຳ​ຖ່ານ​ຫີນ ​ແລະ ​ໂລຫະ​ອັນລ້ຳ​ຄ່າຕ່າງໆ.

ຂ່າວ/ບົດ​ອື່ນ